ກູຕີອະຄັນຕູກະວັດສາມັກຄີໄຊຍະລາມ ການກໍ່ສ້າງຄືບໜ້າ 40%.

    ອີງຕາມການໃຫ້ຂໍ້ມູນຂອງພະຍາຄູ ອ້ວນ ຊວນທຳບູນ ຫົວໜ້າເຜີຍແຜ່ສີນລະທຳແລະວິປັດສະນາກຳຖານເມືອງ ເຈົ້າອະທິການວັດສາມັກຄີ ໄຊຍະລາມ ບ້ານເລົາຄຳ ເມືອງເຟືອງ ແຂວງວຽງຈັນ,ໄດ້ເປີດເຜີຍຂໍ້ມູນໃຫ້ຮູ້ວ່າ ກູຕີອະຄັນຕູກະດັ່ງກ່າວ,ເລີ່ມກໍ່ສ້າງມາແຕ່ປີ 2021 ເປັນຕົ້ນມາ ເຊີ່ງມີຂະໜາດ 6 × 24 ແມັດ,ເປັນກູຕີ 2 ຊັ້ນ ມີເສົາໄມ້ ແລະ ປະດັບດ້ວຍໄມ້ສັກທັງຫຼັງ ມີ 7 ຫ້ອງນອນ ປະກອບດ້ວຍເຄື່ອງໄຟຟ້າຄົບຊຸດ ການສ້າງກູຕີຫຼັງດັ່ງກ່າວ ແມ່ນເພື່ອຮັບຮອງໄວ້ໃຫ້ພະສົງສຳມະເນນທີ່ເດີນທາງມາແຕ່ພາກເໜືອ ກາງ ແລະ ໃຕ້ ເຂົ້າມາພັກເຊົາໃນການເຮັດບູນຕ່າງໆຢູ່ວັດເລົາຄຳ.

ດັ່ງນັ້ນ ອັດຕະມາພາບ ເຈົ້າອະທິການ ວັດສາມັກຄີ ໄຊຍະລາມ.ຈື່ງຂໍແຜ່ສັດທານຳອອກຕົນຍາດໂຍມຢູ່ພາຍໃນແລະ ຕ່າງປະເທດ ຮ່ວມກັນເປັນເຈົ້າພາບສັດທາ ແຜ່ນມຸງຫຼັງຄາອາລຸຊີງ ລວມເປັນມູນຄ່າ 30 ລ້ານກີບ,ເພື່ອສ້າງກູຕີໃຫ້ສຳເລັດ.

      ສະນັ້ນ ຈື່ງຂໍແຈ້ງເຈດຈຳນົງນຳສັດທາຊາວພຸດທັງຫຼລາຍຮ່ວມແຮງໃຈສ້າງສາພັດທະນາວັດສາມັກຄີ ໄຊຍະລາມ,ກໍ່ສາມາດບໍ່ລິຈາກໄດ້ຕາມເລກບັນຊີຂອງ ພະອາຈານ ແລະ ເບີໂທຕິດຕໍ່ 02052889677

ຂ່າວ: ວັນນະເລດ ລໍວັນໄຊ.

ພາບ: ພະຄູ ອ້ວນ ຊວນທຳບູນ.

error: Content is protected !!