ລົງນາມສັນຍາ ແລະ ວາງເງິນຄໍ້າປະກັນລະຫວ່າງກົມພາສີ ແລະ ບໍລິສັດຜູ້ບໍລິຫານແຈ້ງພາສີ

    ພິທີລົງນາມສັນຍາ ແລະ ວາງເງິນຄໍ້າປະກັນລະຫວ່າງກົມພາສີ ແລະ ບໍລິສັດຜູ້ບໍລິຫານແຈ້ງພາສີ ເຊິ່ງມີ 5 ບໍລິສັດທີ່ໄດ້ປະກອບຄົບຕາມເງື່ອນໄຂ ແລະ ມາດຕະການທີ່ກະຊວງການເງິນວາງອອກ ຈັດຂຶ້ນວັນທີ 11 ມີນາ 2022 ທີ່ກົມພາສີ ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ກະຊວງງານເງິນ ທ່ານນາງ ລັດສະໝີ ຄຸນນະວົງ ຮອງອໍານວຍການບໍລິສັດຂົນສົ່ງສາກົນ ຈໍາກັດ ທ່ານນາງ ບົວສອນ ວົງຖາວອນ ອໍານວຍການ ບໍລິສັດ ສະປິດອິນເຕີເນຊັນແນວ ທຣານສະປອດ ລາວ ຈໍາກັດ ທ່ານ ອຸ່ນຈັງ ຈັນຕະພົມ ປະທານທີ່ປຶກສາບໍລິສັດຕົງກໍ່ສ້າງ ແລະ ບໍລິການສາງຝາກສິນຄ້າ ຄ່ຽນຖ່າຍສິນຄ້າ ແລະ ທ່ອງທ່ຽວຄົບວົງຈອນ ຈໍາກັດຜູ້ດຽວ ທ່ານ ພູເພັດ ຂຸນນະເສນ ຕາງໜ້າບໍລິສັດ ຊີເອັດສ໌ ທຣານສະປອດ ຈໍາກັດຜູ້ດຽວ ແລະ ທ່ານ ສົມພາວັນ ອິນທະວົງ ຕາງໜ້າບໍລິສັດ ເອັນພີເຄ ໂລຈິສຕິກ ຈໍາກັດຜູ້ດຽວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. 

    ການລົງນາມຄັ້ງນີ້ ເພື່ອເປັນການຊຸກຍູ້ສົ່ງເສີມບັນດາບໍລິສັດທີ່ມີຄວາມພ້ອມໃນການດໍາເນີນກິດຈະການຜູ້ບໍລິການແຈ້ງພາສີ ຕາມເງື່ອນໄຂ ແລະ ມາດຕະຖານທີ່ກໍານົດໃນຄໍາແນະນໍາຂອງກະຊວງ ໃນການຈັດຕັ້ງປະຕິບັດບັນດາກົດໝາຍ ເປັນຕົ້ນ ກົດໝາຍວ່າດ້ວຍພາສີ ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍການບັນຊີ ເວົ້າລວມ ເວົ້າສະເພາະ ການຈັດຕັ້ງປະຕິບັດຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 5916/ກງ ວ່າດ້ວຍການຄຸ້ມຄອງຜູ້ບໍລິການແຈ້ງພາສີ ແລະ ຜູ້ແຈ້ງພາສີທົ່ວໄປ ເຊິ່ງປະກອບມີຄື: ໃບທະບຽນວິສາຫະກິດ ແລະ ມີເລກລະຫັດຜູ້ເສຍອາກອນຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ນຳໃຊ້ລະບົບບັນຊີທີ່ໄດ້ມາດຕະຖານ ສອດຄ່ອງກັບກົດໝາຍ ແລະ ລະບຽບການດ້ານການບັນຊີ ເປັນຫົວໜ່ວຍທຸລະກິດທີ່ຖືບັນຊີນອນໃນລະບົບອາກອນມູນຄ່າເພີ່ມ ມີທຶນຈົດທະບຽນທຸລະກິດແຕ່ສາມຕື້ກີບຂຶ້ນໄປ ວາງເງິນຄໍ້າປະກັນຕໍ່ລັດຖະການພາສີ 500 ລ້ານກີບ ບໍ່ຖືກລົງໂທດໃນການກະທໍາຜິດທາງພາສີມາເປັນເວລາ 3 ປີ ຕ້ອງມີສະພາບຄ່ອງທາງດ້ານການເງິນ ບໍ່ມີໜີ້ຄ້າງຊຳຄ່າພາສີ ອາກອນ ແລະ ພັນທະອື່ນໆ ມີຄວາມສາມາດທາງດ້ານການເງິນ ເພື່ອວາງເງິນຄໍ້າປະກັນໃນການດໍາເນີນທຸລະກິດ ຜູ້ບໍລິການແຈ້ງພາສີຕ້ອງມີພະນັກງານຢ່າງໜ້ອຍໜຶ່ງຄົນທີ່ຜ່ານການເຝິກອົບຮົມຜູ້ບໍລິການແຈ້ງພາສີ ແລະ ໄດ້ຮັບບັດອະນຸຍາດແຈ້ງພາສີ.

# ຂ່າວ – ພາບ: ຂັນທະວີ

error: Content is protected !!