ຫົວເຫວີຍ ນໍາເອົາແຜນພັດທະນາທຸລະກິດ ຫົວຂໍ້ “ຈຸດປະກາຍແສງສະຫວ່າງໃຫ້ອະນາຄົດ” ມາສູ່ກອງປະຊຸມ Huawei Day 0 Forum ງານ MWC 22 ວັນທີ 28 ກຸມພາຜ່ານມາ ຢູ່ບາເຊໂລນາ ປະເທດແອັດສະປາຍ ໂດຍໄດ້ຮ່ວມມືກັບລູກຄ້າ ຜູ້ປະກອບການທົ່ວໂລກ ຄູ່ຮ່ວມອຸດສາຫະກໍາດ້ານໄອຊີທີ ແລະ ຜູ້ນໍາດ້ານຄວາມຄິດເຫັນ ລວບລວມຄຸນຄ່າທາງທຸລະກິດ ແລະ ຄຸນຄ່າທາງສັງຄົມ ພ້ອມທັງປຶກສາຫາລືກ່ຽວກັບຄວາມສໍາເລັດຂອງທຸລະກິດ 5G ສີຂຽວ ການຂະຫຍາຍຕົວຂອງວຽກງານດ້ານໄອທີ ແຜນພັດທະນາທຸລະກິດ ແລະ ຫົວຂໍ້ອື່ນໆ ເພື່ອຮ່ວມກັນຈຸດແສງສະຫວ່າງໃຫ້ອະນາຄົດທີ່ສົດໃສຂອງຍຸກເສດຖະກິດດີຈີຕອນ.

ຫ້ອງວາງສະແດງຫຼັກຂອງຫົວເຫວີຍ ຫ້ອງ 1 ຖືກອອກແບບດ້ວຍຫົວຂໍ້ “ປ່າດີຈີຕອນ” ເພື່ອສື່ເຖິງອຸດສາຫະກໍາໄອຊີທີ ປຽບຄືປ່າໄມ້ອັນກວ້າງໃຫຍ່ທີ່ເຕັມໄປດ້ວຍອຸດົມສົມບູນ ເຊິ່ງໃນງານດັ່ງກ່າວ ຫົວເຫວີຍ ໄດ້ວາງສະແດງຜະລິດຕະພັນ ແລະ ໂຊລູຊັ່ນທີ່ໃໝ່ຫຼ້າສຸດ ເຊັ່ນ: ເຄືອຂ່າຍໂທລະສັບເຄື່ອນທີ່ສາມາດຮັບສົ່ງຂໍ້ມູນໄດ້ລະດັບກິກກະບິດ ເຄືອຂ່າຍຄລາວ ການເຊື່ອມຕໍ່ດ້ວຍໄຟເບີ້ອອບຕິກ ການປ່ຽນແປງຮູບແບບການບຳລຸງຮັກສາ ແລະ ການປັບປຸງລະບົບແບບດີຈີຕອນອັດສະລິຍະ ແຜນການພັດທະນາດ້ວຍຮູບແບບສີຂຽວທີ່ສົມບູນແບບ ແລະ ອື່ນໆ ຫົວເຫວີຍມຸ່ງເນັ້ນສ້າງຄຸນຄ່າໃຫ້ລູກຄ້າ ພ້ອມທັງມີຄວາມຮັບຜິດຊອບຕໍ່ສັງຄົມ ຈຶ່ງໄດ້ພັດທະນາສ້າງນະວັດຕະກໍາໃໝ່ໆອອກມາຢ່າງບໍ່ຢຸດຢັ້ງ.
ການຫັນເປັນດີຈີຕອນ ກຳລັງປ່ຽນແປງໂລກຂອງພວກເຮົາ ເຄືອຂ່າຍດີຈີຕອນເປັນພື້ນຖານຂອງໂລກ ດີຈີຕອນໃນອະນາຄົດ ຫົວເຫວີຍ ໄດ້ນໍາສະເໜີແຜນພັດທະນາທຸລະກິດ ເພື່ອຊ່ວຍໃຫ້ຜູ້ປະກອບການໄດ້ຮັບຮູ້ “ຫ້າກໍາລັງທຸລະກິດ” ຄືການເຈາະເລິກທຸລະກິດ ຄວາມສາມາດໃນການເພີ່ມປະສິດທິຜົນ ການລວບລວມຊັບພະຍາກອນ ການແຂ່ງຂັນດ້ວຍຄຸນຄ່າ ແລະ ການປະກອບສ່ວນທາງສັງຄົມ ຫົວເຫວີຍສະໜັບສະໜູນຍຸດທະສາດການພັດທະນາສີຂຽວຂອງຜູ້ປະກອບການ ຜ່ານການແກ້ໄຂຢ່າງເປັນລະບົບຂອງ “ສະຖານີຖານຂອງລະບົບໂທລະສັບເຄື່ອນທີ່ໄປສູ່ຮູບແບບສີຂຽວ ເຄືອຂ່າຍສີຂຽວ ການດໍາເນີນງານສີຂຽວ” ຊ່ວຍໃຫ້ຜູ້ປະກອບການສືບຕໍ່ຍົກລະດັບຂະໜາດຂອງເຄືອຂ່າຍ ແລະ ຫຼຸດຜ່ອນການໃຊ້ພະລັງງານຕໍ່ບິດ “ຮັບ-ສົ່ງຂໍ້ມູນໄດ້ຫຼາຍ ໃຊ້ກຳລັງໄຟໜ້ອຍ” ສົ່ງເສີມການພັດທະນາສີຂຽວແບບຍືນຍົງ.
ຫົວເຫວີຍ ແລະ ຜູ້ປະກອບການທົ່ວໂລກ ລວມເຖິງຄູ່ຮ່ວມທຸລະກິດ ໄດ້ຮ່ວມກັນສ້າງໂຄງຮ່າງໄອຊີທີທີ່ງ່າຍດາຍ ສີຂຽວ ພື້ນຖານໂຄງລ່າງໄອຊີທີອັດສະລິຍະ ຊ່ວຍໃຫ້ຜູ້ປະກອບການທົ່ວໂລກ ນຳໃຊ້ເຄືອຂ່າຍ 5G ໃນລະດັບຊັ້ນນໍາ ອີງຕາມບົດລາຍງານການທົດສອບຂອງພາກສ່ວນທຸລະກິດດ້ານໂທລະຄົມມະນາຄົມ ຢູ່ປະເທດສະວິດ ເຢຍລະມັນ ແຟັງລັງ ໂຮນລັງ ສ ເກົາຫຼີ ຊາອຸດິອາຣາບີ ແລະ ອື່ນໆ ລວມ 13 ປະເທດ ໄດ້ມີການນໍາໃຊ້ເຄືອຂ່າຍ 5G ທີ່ພັດທະນາໂດຍຫົວເຫວີຍ ແລະ ໄດ້ຮັບຜົນຕອບ-ຮັບຈາກຜູ້ໃຊ້ເປັນຢ່າງດີ ຫົວເຫວີຍ ແລະ ຜູ້ປະກອບການດ້ານໄອຊີທີ ລວມເຖິງຄູ່ຮ່ວມທຸລະກິດ ໄດ້ລົງນາມສັນຍາການນໍາໃຊ້ເຄືອຂ່າຍ 5G ເຂົ້າໃນພາກອຸດສາຫະກຳຫຼາຍກວ່າ 3.000 ສັນຍາ ຫົວເຫວີຍມີຄວາມຈຳເປັນຕ້ອງຊ່ວຍໃຫ້ຜູ້ປະກອບການດ້ານໄອຊີທີໃນການຊອກຫາໂອກາດໃໝ່ໆໃນພາກອຸດສາຫະກຳດີຈີຕອນ ດ້ວຍການນຳສະເໜີການບໍລິການຮູບແບບ XtoB ເທິງພື້ນຖານ 5G ເຄືອຂ່າຍສ່ວນຕົວແບບສະເພາະ ເຄືອຂ່າຍຄຣາວອັດສະລິຍະ ສູນຂໍ້ມູນ ແລະ ລະບົບຄຣາວ.
# ຂ່າວ & ພາບ: ສະບາໄພ