ກອງປະຊຸມຄະນະກຳມາທິການຮ່ວມ ລາວ-ສະຫະພາບເອີຣົບ ຄັ້ງທີ 10

    ວັນທີ 3 ມີນາ 2022 ທີ່ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມຄະນະກຳມາທິການຮ່ວມ ລາວ-ສະຫະພາບເອີຣົບ (EU) ຄັ້ງທີ 10 ໃນຮູບແບບທາງໄກ ໂດຍການເປັນປະທານຮ່ວມຂອງທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ນາງ ເປົາລາ ປຳປາໂລນີ ຮອງຫົວໜ້າກົມໃຫຍ່ ຫົວໜ້າຮັບຜິດຊອບລວມຂົງເຂດອາຊີ-ປາຊີຟິກ ສຳນັກງານການຕ່າງປະເທດສະຫະພາບເອີຣົບ ມີຄະນະຜູ້ແທນຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. 

    ກອງປະຊຸມຄະນະກຳມາທິການຮ່ວມ ລາວ- EU ຈັດ​ຂຶ້ນທຸກໆ 2 ​ປີຕໍ່ຄັ້ງ​ ໂດຍໄດ້ຜັດປ່ຽນກັນເປັນເຈົ້າພາບ ຊຶ່ງຄັ້ງ ນີ້ເປັນຄັ້ງທໍາອິດທີ່ ສປປ ລາວ ເປັນເຈົ້າພາບຈັດໃນຮູບແບບທາງໄກ ແລະ ກໍເປັນຄັ້ງທໍາອິດ ທີ່ສອງຝ່າຍໄດ້ຍົກລະດັບກອງປະຊຸມຂຶ້ນເປັນຂັ້ນຮອງລັດຖະມົນຕີ ຊຶ່ງ​ສະແດງເຖິງການພົວພັນຮ່ວມມື ລະຫວ່າງ ລາວ- EU ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. 

    ກອງປະຊຸມໃນຄັ້ງນີ້ ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄຳຄິດຄຳເຫັນກ່ຽວ​ກັບ​ສະພາບການພົ້ນເດັ່ນດ້ານການ​ພັດທະນາ​ເສດຖະກິດ-ສັງຄົມ ​ຢູ່ ສປປ ລາວ ​ແລະ EU ໃນສະພາບການທີ່ປະເທດຕ່າງໆໃນໂລກກຳລັງຮັບມືກັບການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາປະເທດຊາດ. ໃນ​ກອງ​ປະ​ຊຸມ ໄດ້​ຮັບ​ຟັງ​ການ​ລາ​ຍງານໂດຍ​ຫຍໍ້ກ່ຽວ​ກັບ​ຜົນ​ຂອງ​ກອງ​ປະ​ຊຸມຂອງ​ບັນ​ດາ​ໜ່ວຍ​ງານ​ຮ່ວມ​ມື ການຄ້າ ສິດ ທິ​ມະ​ນຸດ ແລະ ວຽກ​ງານ​ທີ່​ປິ່ນອ້​ອມ​ອື່ນໆ ລວມ​ທັງ​ການ​ຮ່ວມ​​ມື ລະ​ຫວ່າງອາ​ຊຽນ ແລະ EU. ນອກຈາກ​ນັ້ນ ສອງ​ຝ່າຍຍັງ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ຖອດ​ຖອນ​ບົດ​ຮຽນ ແລະ ສະ​ຫຼຸບ​ຕີລາ​ຄາ​ຄືນ ກ່ຽວ​ກັບ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການທີ່​ EU ໃຫ້​ການ​ຊ່ວຍ​ເຫຼືອ ພ້ອມ​ທັງ​ສະ​ເໜີ​ແຜນ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າລະ​ຫວ່າງ ສ​ປ​ປ ລາວ ແລະ EU..

.

# ຂ່າວ-ພາບ : ໄຊບັນດິດ

error: Content is protected !!