ທ່ານ ສີຈິ້ນຜິງ ໃຫ້ຄວາມສຳຄັນແກ່ວຽກງານດິນປູກຝັງ

    ສປ ຈີນ ມີປະຊາກອນຫຼາຍ ແຕ່ມີເນື້ອທີ່ດິນປູກຝັງໜ້ອຍ ເຊິ່ງເປັນສະພາບການພື້ນຖານດ້ານໜຶ່ງ ຂອງປະເທດຈີນ ດ້ວຍເຫດນີ້ ການອະນຸຮັກດິນປູກຝັງທີ່ຕິດພັນກັບອາຫານຂອງປະຊາຊົນຫຼາຍກວ່າ 1 ຕື້ ຄົນ ເຊິ່ງເປັນວຽກໃຫຍ່ນັ້ນ ຈຶ່ງມີຄວາມສຳຄັນເປັນພິເສດ ເພື່ອເຮັດໃຫ້ດິນປູກຝັງທຸກຕອນກາຍເປັນຕອນ ດິນທີ່ອຸດົມສົມບູນ ສາມາດປູກຝັງໃຫ້ໄດ້ຮັບຜົນເກັບກ່ຽວທີ່ດີ ທັງຢູ່ທ້ອງຖິ່ນ ກໍຄືຢູ່ສູນກາງ ເຊິ່ງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ບໍ່ເຄີຍໄດ້ຫຼຸດລະໃນການອະນຸຮັກ ແລະ ນຳໃຊ້ດິນປູກຝັງຕະຫຼອດມາ.

    ບ້ານຫຼຽງເຈ່ຍເຫີ ເມືອງຢຽນສ່ວນ ແຂວງສ້ານຊີ່ ຕັ້ງຢູ່ເທິງພູພຽງດິນເຫຼືອງ ດິນບໍ່ເໝາະສົມແກ່ການ ປູກຝັງ ອາກາດແຫ້ງແລ້ງ ຝົນຕົກໜ້ອຍ ເຊິ່ງເປັນປັດໄຈທີ່ຈຳກັດການພັດທະນາກະສິກຳຂອງທ້ອງຖິ່ນດັ່ງ ກ່າວ ເດືອນມັງກອນ 1974 ທ່ານ ສີຈິ້ນຜິງ ມີອາຍຸ 20 ປີກວ່າ ໄດ້ແບກຫາບໜ້າທີ່ອັນໜັກໜ່ວງໃນ ການດຳລົງຕຳແໜ່ງເປັນເລຂາໜ່ວຍພັກບ້ານຫຼຽງເຈ່ຍເຫີ ເຊິ່ງສິ່ງທຳອິດທີ່ທ່ານໄດ້ເຮັດ ແມ່ນນຳພາຊາວ ບ້ານສ້າງເຂື່ອນກັ້ນດິນແຫ່ງໜຶ່ງ ເພື່ອປູກຝັງຢູ່ປາກຮ່ອມພູ ໃນບ້ານ.

    ທ່ານ ຫວາງຊ້ຽນຜິງ ທີ່ມີຊື່ຫຼິ້ນວ່າ “ເຮີຍຈື” ຊາວບ້ານຫຼຽງເຈ່ຍເຫີ ໄດ້ເລົ່າຄືນເລື່ອງທີ່ທ່ານ ສີຈິ້ນຜິງ ນຳພາຊາວບ້ານສ້າງເຂື່ອນກັ້ນດິນ ວ່າ: ທ່ານ ສີຈິ້ນຜິງ ກ່າວວ່າ: ເຮີຍຈື ເຈົ້າບອກມາແມ ເປັນຫຍັງຫຼຽງ ເຈ່ຍເຫີ ຈິ່ງທຸກຍາກ ? ເປັນຫຍັງຈິ່ງກິນບໍ່ອີ່ມ ?’ ມັນກໍຍ້ອນວ່າດິນປູກຝັງມີໜ້ອຍໂພດ ສ້າງເຂື່ອນກັ້ນດິນ ຢູ່ແຫ່ງນີ້ ສາມາດເພີ່ມເນື້ອທີ່ດິນປູກຝັງໄດ້ຫຼາຍປານນີ້ ນັບແຕ່ນີ້ຕໍ່ໄປ ລູກຫຼານທຸກຄົນຂອງບ້ານຫຼຽງ ເຈ່ຍເຫີ ກໍຈະໄດ້ຮົບຜົນປະໂຫຍດນຳ ແນວໃດກໍດີ ພວກເຮົາຕ້ອງເຮັດວຽກນີ້ໃຫ້ສຳເລັດ”.

    ພາຍຫຼັງສ້າງເຂື່ອນກັ້ນດິນເພື່ອປູກຝັງໃຫ້ສຳເລັດແລ້ວ ຢູ່ບ່ອນສຳຄັນທີ່ມັກຈະໄດ້ຮັບຜົນກະທົບຈາກ ໄພນ້ຳຖ້ວມ ທ່ານ ສີຈິ້ນຜິງ ໄດ້ເອົາໃຈໃສ່ສ້າງໃຫ້ໝັ້ນແກ່ນ ເນື້ອທີ່ດິນຢູ່ເທິງເຂື່ອນ ໄດ້ກາຍເປັນດິນຮາບ ພຽງທີ່ອຸດົມສົມບູນທີ່ສຸດ ແລະ ສາມາດລະບາຍນ້ຳເຂົ້ານາໄດ້ສະດວກທີ່ສຸດຂອງບ້ານຫຼຽງເຈ່ຍເຫີ ຈົນມາ ເຖິງທຸກມື້ນີ້.

    ຫຼັງ​ຈາກ​ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ ທ່ານ​ກໍ​ໄດ້​ເອົາ​ໃຈ​ໃສ່​ທີ່​ດິນ​ການ ປູກ​ຝັງ​ຄື​ເກົ່າ​ເຊັ່ນ​ກັນ ວັນທີ 22 ກໍລະກົດ2020 ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປສຳຫຼວດກວດກາເຂດ ແດນດິນດຳອີກຄັ້ງໜຶ່ງ ພ້ອມທັງໄດ້ອອກຄຳສັ່ງວ່າ: ຕ້ອງນຳໃຊ້ມາດຕະການທີ່ມີປະສິດທິຜົນ ເພື່ອອະນຸ ຮັກ ແລະ ນຳໃຊ້ດິນດຳທີ່ມີຄຸນຄ່າອັນລ້ຳຄ່າປານກັບ “ໝີແພນດາໃນດ້ານດິນປູກຝັງ” ນັ້ນ ໃຫ້ມີປະສິດທິ ຜົນຢ່າງແທ້ຈິງ ເພື່ອເຮັດໃຫ້ດິນດຳສ້າງຜົນປະໂຫຍດໃຫ້ປະຊາຊົນ ຕະຫຼອດໄປ.

    ເມື່ອເນື້ອທີ່ດິນປູກຝັງມີຄວາມໝັ້ນທ່ຽງແລ້ວ ປະຊາຊົນຈຶ່ງຈະໝັ້ນໃຈ ສະພາບການມີປະຊາກອນຫຼາຍ ແຕ່ເນື້ອທີ່ດິນປູກຝັງມີໜ້ອຍ ເປັນສະພາບການພື້ນຖານດ້ານໜຶ່ງຂອງປະເທດຈີນ ການທີ່ຈະອະນຸຮັກເນື້ອ ທີ່ດິນ ແລະ ດິນປູກຝັງຄືແນວໃດ ເປັນສິ່ງສຳຄັນທີ່ຕິດພັນກັບອາຫານຂອງປະຊາຊົນຈີນນັບເປັນຕື້ກວ່າ ຄົນ ທ່ານ ສີຈິ້ນຜິງ ໄດ້ເອົາໃຈໃສ່ສິ່ງສຳຄັນສິ່ງນີ້ຕະຫຼອດມາ ດິນແດນແຫ່ງຕ່າງໆທີ່ທ່ານໄດ້ເອົາໃຈໃສ່ ມາໂດຍຕະຫຼອດນັ້ນ ປາກົດວ່າມີຊີວິດຊີວາຫຼາຍຍິ່ງຂຶ້ນໃນທຸກມື້ນີ້. 

# ສະບາໄພ

error: Content is protected !!