​ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືວຽກງານພາຍໃນ

    ທ່ານ ນາງ Annete KNOBLOCH ເອກອັກຄະລັດຖະທູດຜູ້ມິອຳນາດເຕັມແຫ່ງສາທາລະນະລັດສະຫະພັນເຢຍລະມັນ ປະຈຳ ສປປ ລາວ ໄດ້ຢ້ຽມຄຳນັບທ່ານ ທອງຈັນ ມະນີໄຊ ລັດຖມົນຕີກະຊວງພາຍໃນ ວັນທີ 28 ກຸມພາ 2022 ທີ່ກະຊວງພາຍໃນ. 

    ໃນໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະຄັ້ງນີ້ ຕະຫຼອດມາ ລັດຖະບານເຢຍລະມັນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຫຼາຍດ້ານ ເປັນຕົ້ນແມ່ນວຽກງານແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ອື່ນໆ ພ້ອມກັນນັ້ນ ກໍໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງກະຊວງພາຍໃນ ແລະ ປຶກສາຫາລືແຜນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ ທັງນີ້ກໍເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບຂອງສອງຊາດລາວ-ເຢຍລະມັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ. 

    ນອກຈາກນີ້ ນາງ Annete KNOBLOCH ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງກ່າວວ່າ ຈະພະຍາຍາມຢ່າງຕັ້ງໜ້າ ເພື່ອປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຂອງສອງປະເທດ ເຢຍລະມັນ-ລາວ ໃຫ້ນັບມື້ນັບກ້ວາງຂວາງ.

# ພາບ-ຂ່າວ​:  ອົ່ນ ໄຟສົມທອງ

error: Content is protected !!