ປະກາດການຈັດຕັ້ງຂັ້ນກົມຂອງກະຊວງຍຸຕິທໍາ

    ພິທີປະກາດການຈັດຕັ້ງຂັ້ນກົມ ຂອງກະຊວງຍຸຕິທໍາ ຈັດຂຶ້ນວັນທີ 2 ມີນາ 2022 ທີ່ກະຊວງຍຸຕິທໍາ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າກົມ ແລະ ພະແນກອ້ອມຂ້າງກະຊວງເຂົ້າຮ່ວມ. 

    ໃນພິທີ ທ່ານ ອໍານວຍພອນ ປັນຍາສະຫວັດ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກະຊວງຍຸຕິທໍາ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີວ່າ: ອີງຕາມກົດໝາຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 04/ສພຊ ຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູນກາງພັກ  ຄັ້ງວັນທີ  10 ກຸມພາ 2022 ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 68/ຄຈສພ ນາຍົກລັດຖະມົນຕີ ອອກດຳລັດແຕ່ງຕັ້ງທ່ານ ຄໍາພອນ ສີປະເສີດ ເປັນຫົວໜ້າກົມຮ່ວມມືສາກົນ ທ່ານ ນາງ ສີສຸດາ ໂສພາວັນດີ ເປັນຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ແຕ່ງຕັ້ງທ່ານ ສຸລິຍາ ສີດາວົງ ເປັນຫົວໜ້າກົມກົດໝາຍ ພ້ອມທັງເປັນເລຂາໜ່ວຍພັກກົມກົດໝາຍ ຕາມມະຕິຂອງຄະນະປະຈໍາພັກກະຊວງ ວ່າດ້ວຍການແຕ່ງຕັ້ງເລຂາໜ່ວຍພັກ ນອກນີ້ ຕາມມະຕິດັ່ງກ່າວ ຍັງໄດ້ແຕ່ງຕັ້ງທ່ານ ນະລົງລິດ ນໍຣະສິງ ເປັນເລຂາໜ່ວຍພັກຫ້ອງການກະຊວງ ແຕ່ງຕັ້ງທ່ານ ຄໍາພອນ ສີປະເສີດ ເປັນເລຂາໜ່ວຍພັກກົມຮ່ວມມືສາກົນ ນອກນັັ້ນ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຊັບຊ້ອນພະນັກງານ ເຊິ່ງໄດ້ຊັບຊ້ອນທ່ານ ນະລົງລິດ ນໍຣະສິງ ຜູ້ຊ່ວຍລັດຖະມົນຕີ ເປັນຫົວໜ້າຫ້ອງການ ທ່ານ ວັນຕຸລາ ແກ້ວມະນີ ຫົວໜ້າພະແນກຄົ້ນຄວ້າ ແລະ ສັງລວມ  ຂຶ້ນເປັນຮອງຫົວໜ້າຫ້ອງການກະຊວງ ທ່ານ ນາງ ເກມອຸລາ ໄຊຍະວົງ ຫົວໜ້າພະແນກກົງຈັກ ແລະ ພະນັກງານ ຂຶ້ນເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທ່ານ ນາງ ພູເງິນ ປະເສີດ ຫົວໜ້າພະແນກຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຄະດີແພ່ງ ຂຶ້ນເປັນຮອງຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ ແລະ ແຕ່ງຕັ້ງທ່ານ ບຸນເພັງ ວົງໂພທອງ ຫົວໜ້າພະແນກຄຸ້ມຄອງ  ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂຶ້ນເປັນຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

# ຂ່າວ-ພາບ : ຂັນທະວີ

error: Content is protected !!