ເຊີນທ່ຽວຊົມງານປະເພນີສືບສານສີມືແມ່ ມີສິນຄ້າຫຼາຍປະເພດໃຫ້ເລືອກຊື້

    ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ຈັດພິທີຖະແຫຼງຂ່າວ ງານປະເພນີສືບສານສີມືແມ່ ຄັ້ງທີ I ວັນທີ 2 ມີນາ 2022 ທີ່ຫ້ອງວ່າການປົກຄອງ ນວ ເປັນກຽດຖະແຫຼງໂດຍທ່ານນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງ ນວ ມີທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນວ ພ້ອມດ້ວຍຄະນະບໍລິຫານງານແມ່ຍິງ 4 ເມືອງໃນ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ. 

    ງານຄັ້ງນີ້ ຈະຈັດຂຶ້ນລະຫວ່າງວັນທີ 4-8 ມີນາ 2022 ທີ່ສວນເຈົ້າອານຸວົງ (ບໍລິເວນຫຼັກທຸງອາຊຽນ) ໂດຍໄດ້ຈັດສັນຮ້ານຂາຍເຄື່ອງ 172 ຮ້ານຄື  ຫັດຖະກຳ 25 ຮ້ານ  ຮ້ານຂາຍອາຫານ 105 ຮ້ານ  ຮ້ານໝາກໄມ້ສົດ 10 ຮ້ານ ຮ້ານຜູ້ອຸປະຖຳ 20 ຮ້ານ ຄາດວ່າຈະມີຄົນເຂົ້າຮ່ວມຫຼາຍກວ່າ 30.000 ເທື່ອຄົນ ແລະ ຈະມີທຶນໝູນວຽນປະມານ 2-3 ຕື້ ພ້ອມດຽວກັນນັ້ນ ພາຍໃນງານກໍໄດ້ປະຕິບັດມາດຕະການປ້ອງກັນໂຄວິດ-19 ຕາມຄະນະສະເພາະກິດວາງອອກຢ່າງເຂັ້ມງວດອີກດ້ວຍ. 

    ປັດຈຸບັນ ສະຖານທີ່ຈັດງານຍັງມີຮ້ານຫວ່າງສຳລັບຂາຍເຄື່ອງຫັດຖະກຳ ຂາຍອາຫານຕ່າງໆ ດັ່ງນັ້ນ ທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່ເບີໂທລະສັບ 020 54659456.

# ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!