ສ້າງຄວາມເຂົ້າໃຈກ່ຽວກັບການມອບອາກອນມູນຄ່າເພີ່ມ

    ກົມສ່ວຍສາອາກອນ ກະຊວງການເງິນ ຈັດກອງປະຊຸມເຜີຍແຜ່ ສິດ ພັນທະ ແລະ ໜ້າທີ່ຂອງຜູ້ມອບອາກອນມູນຄ່າເພີ່ມ ແລະ ການຂຶ້ນທະບຽນ ການຂໍອະນຸຍາດ ພິມໃບເກັບເງິນ ຜ່ານເຄື່ອງບັນທຶກການຂາຍສິນຄ້າ-ການບໍລິການ ຂຶ້ນວັນທີ 1 ມີນາ 2022 ຢູ່ກົມດັ່ງກ່າວ ໂດຍເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ມີຄະນະກົມ ຕາງໜ້າຈາກບັນດາບໍລິສັດ ວິສາຫະກິດ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສຸພັນ ວໍລະວົງ  ຮອງຫົວໜ້າກົມສ່ວຍສາອາກອນ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມສຳຄັນຍິ່ງຕໍ່ຫົວໜ່ວຍທຸລະກິດ ເພາະທາງກົມສ່ວຍສາອາກອນພວກເຮົາໄດ້ເຊື້ອເຊີນເອົາບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງກົມສ່ວຍສາອາກອນ 500 ກວ່າຫົວໜ່ວຍ ເພື່ອເຂົ້າຮ່ວມຮັບຟັງການເຜີຍແຜ່ ແນະນຳ ກ່ຽວກັບສິດ ແລະ ໜ້າທີ່ ຂອງວິສາຫະກິດທີ່ເຂົ້າໃນລະບົບອາກອນມູນຄ່າເພີ່ມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 41 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງເລກທີ 48/ສພຊ ເປັນຕົ້ນ ວຽກການການນຳໃຊ້ລະບົບບັນຊີ ການນຳໃຊ້ໃບເກັບເງິນ ການຄິດໄລ່ເກັບ ການແຈ້ງການມອບ ການຫັກ-ການຂໍ ຄືນເງິນອາກອນມູນຄ່າເພີ່ມ ແລະ ການໃຫ້ຄວາມຮ່ວມມືໃນການກວດກາຄືນພາຍຫຼັງການແຈ້ງ ເພື່ອຮັບປະກັນຄວາມຖືກຕ້ອງ ເຊິ່ງເຫັນວ່າໄລຍະຜ່ານມາ ສາມາດສະຫຼຸບຕີລາຄາໄດ້ ພ້ອມທັງເຫັນໄດ້ມີຫຼາຍຫົວໜ່ວຍເຮັດໄດ້ດີ ແລະ ຍັງມີບາງຫົວໜ່ວຍຈຳນວນໜຶ່ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແນໃສ່ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄປລວງດຽວກັນ ຮັບປະກັນການຄຸ້ມຄອງເກັບລາຍຮັບຢ່າງມີປະສິດທິຜົນ ບົນພື້ນຖານການເຮັດບົດບັນທຶກຮ່ວມມື ເພື່ອເປັນຫຼັກຖານ ເປັນບ່ອນອີງໃນການນຳໃຊ້ມາດຕະການ ແລະ ໃຫ້ນະໂຍບາຍໃນຕໍ່ໜ້າ. 

    ນອກນີ້ ຍັງເຜີຍແຜ່ແນະນຳກ່ຽວກັບການຂໍອະນຸຍາດພິມໃບເກັບເງິນຜ່ານເຄື່ອງບັນທຶກການຂາຍສິນຄ້າ-ການບໍລິການ ພ້ອມທັງໄດ້ມອບໃບອະນຸຍາດເຄື່ອງບັນທຶກການຂາຍສິນຄ້າ-ການບໍລິການໃຫ້ 7 ຫົວໜ່ວຍ ເພື່ອຊຸກຍູ້ ສົ່ງເສີມ ການນຳໃຊ້ໃບເກັບເງິນເອເລັກໂຕຣນິກໃຫ້ນັບມື້ຫຼາຍຂຶ້ນ ເພື່ອຮັບປະກັນຄວາມຖືກຕ້ອງ ໂປ່ງໃສ ສາມາດກວດສອບໄດ້ ທັງສອດຄ່ອງຕາມລະບຽບ ແລະ ກົດໝາຍກຳນົດ.

    ອີກວາລະໜຶ່ງ ກົມສ່ວຍສາອາກອນຍັງໄດ້ມີການມອບໃບຢັ້ງຢືນການເຂົ້າໃນລະບົບອາກອນມູນຄ່າເພີ່ມໃຫ້ວິສາຫະກິດຈຳນວນໜຶ່ງທີ່ຂຶ້ນກັບການຄຸ້ມຄອງຂອງກົມສ່ວຍສາອາກອນ ແລະ ອີກຈຳນວນໜຶ່ງ ຈະມອບໃຫ້ຕາມພາຍຫຼັງ.

   ສຳລັບໃບຢັ້ງຢືນການເຂົ້າໃນລະບົບອາກອນມູນຄ່າເພີ່ມ ແມ່ນເອກະສານທາງການຂອງຂະແໜງສ່ວຍສາອາກອນ ນຳໃຊ້ຢັ້ງຢືນໃຫ້ວິສາຫະກິດທີ່ເຂົ້າໃນລະບົບອາກອນມູນຄ່າເພີ່ມ ເຊິ່ງຖືກມອບໝາຍ ຫຼື ເປັນເປັນຕົວແທນໃຫ້ຂະແໜງສ່ວຍສາອາກອນ ໃນການຄິດໄລ່ເກັບອາກອນມູນຄ່າເພີ່ມ ຈາກການສະໜອງສິນຄ້າ ແລະ ການບໍລິການທີ່ເກີດຂຶ້ນໃນເຂດແດນຂອງ ສປປ ລາວ ນອກນັ້ນ ຍັງເປັນເອກະສານປະກອບເຂົ້າໃນການເຮັດທຸລະກຳຕ່າງໆ ເປັນຕົ້ນ ການນຳເຂົ້າ-ການສົ່ງອອກສິນຄ້າໄປຕ່າງປະເທດ ການປະມູນ ການຮັບປະກັນຄົນເຂົ້າມາເຮັດວຽກ ການກູ້ຢືມເງິນ ແລະ ອື່ນໆໃຫ້ມີຄວາມຖືກຕ້ອງ.

# ຂ່າວ & ພາບ: ລັດເວລາ

error: Content is protected !!