ຮຸ້ນພູສີເພີ່ມຂຶ້ນ ຍ້ອນໄດ້ແຮງຍູ້ຈາກທຸລະກິດໃນເຄືອຂອງຕົນ

    ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ສະຫຼຸບຮຸ້ນວັນທີ 14-17 ກຸມພາ 2022 ວ່າ: ຮຸ້ນບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ (PCD) ຍັງຄົງເປັນຮຸ້ນທີ່ຢືນໜຶ່ງໃນ 3 ບໍລິສັດທີ່ມີການປັບໂຕເພີ່ມຂຶ້ນຍ້ອນໄດ້ຮັບແຮງຍູ້ຈາກການເຕີບໂຕທາງດ້ານທຸລະກິດຂອງພູສີ ກຣຸບ ເຊິ່ງເປັນບໍລິສັດແມ່ຂອງ PCD ມີທ່າກ້າວເລື່ອງການເຮັດທົດລອງດໍາເນີນທຸລະກໍາຊັບສິນດີຈິຕອລ ໄດ້ເຊັນສັນຍາກັບລັດຖະບານຕົ້ນປີຜ່ານມານີ້. 

    ສໍາລັບຮຸ້ນບໍລິສັດ PCD ທີ່ປັບໂຕເພີ່ມຂຶ້ນນັບແຕ່ຕົ້ນປີ 2022 ຮອດປັດຈຸບັນ ເພາະວ່ານັກລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈຮຸ້ນຂອງບໍລິສັດເພີ່ມຂຶ້ນເລື້ອຍໆ ດັ່ງທີ່ປາກົດເປັນຂ່າວຜ່ານສື່ທາງການໃນຜ່ານມາ ໃນອາທິດທີສອງເດືອນກຸມພາ 2022 ຮຸ້ນບໍລິສັດປິດ PCD ຢູ່ທີ່ 1.320 ກີບ ປັບໂຕເພີ່ມຂຶ້ນ 70 ກີບ ຫາກທຽບໃສ່ກັບອາທິດທໍາອິດປິດຢູ່ທີີ່ 1.250 ກີບ ເຊິ່ງການເພີ່ມຂຶ້ນນີ້ ຍ້ອນປີ 2021 ບໍລິສັດສຳເລັດຫຼາຍໂຄງການກໍ່ສ້າງທາງ ລົງທຶນສ້າງ ແລະ ພັດທະນາອະສັງຫາລິມະຊັບຢູ່ຕາມຕົວເມືອງສໍາຄັນຕ່າງໆທົ່ວປະເທດ ແລະ ອື່ນໆ ແຕ່ສິ່ງທີ່ສັງຄົມໃຫ້ຄວາມສົນໃຈເວລານີ້ ແມ່ນບໍລິສັດ ແວວນັນສ໌ເທຣດດິງອອນລາຍ ຈໍາກັດຜູ້ດຽວ ເຊິ່ງເປັນບໍລິສັດໃນເຄືອຂອງພູສີ ກຣຸບ ໄດ້ເຊັນສັນຍາວ່າດ້ວຍການທົດລອງດຳເນີນທຸລະກິດຊັບສິນດີຈິຕອລຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອພັດທະນາ ແລະ ບໍລິການລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນຢູ່ລາວ ສະນັ້ນ ຈຶ່ງເປັນຜົນດີເຮັດໃຫ້ຮຸ້ນຂອງບໍລິສັດ PCD ມີການປັບໂຕເພີ່ມຂຶ້ນເລື້ອຍໆ  

# ຂ່າວ & ພາບ: ສົມສະຫວັນ 

error: Content is protected !!