ຮ່ວມມືປັບປຸງ 3 ຂົງເຂດການພັດທະນາ ສົກປີ 2002-2026

    ລັດຖະບານລາວ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ (UNDP) ໄດ້ເປີດແຜນງານການຮ່ວມມື ສົກປີ 2002-2026 ແນໃສ່ການປັບປຸງ 3 ຂົງເຂດຫຼັກຄື: ສ້າງຄວາມສີວິໄລແບບກວມເອົາທຸກຄົນ ສິ່ງແວດລ້ອມ ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ການສ້າງຄວາມທົນທານ ການປົກຄອງ ແລະ ຫຼັກການຄຸ້ມຄອງລັດດ້ວຍກົດໝາຍ ເຊິ່ງແຜນງານການຮ່ວມມືໄລຍະໃໝ່ນີ້ ແມ່ນໄດ້ສ້າງຂຶ້ນພາຍໃຕ້ຂອບແຜນງານການສະໜັບສະໜູນການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (ຫຼືເອີ້ນວ່າ UNSDCF) ແລ້ວຜັນຂະຫຍາຍມາເປັນແຜນງານການຮ່ວມມືຂອງລັດຖະບານລາວ ຮ່ວມກັບ ອົງການ UNDP ເພື່ອການພັດທະນາ ສົກປີ 2022-2026.

     ພິທີເປີດແຜນງານການຮ່ວມມື 2022-2026 ລະຫວ່າງລັດຖະບານລາວ ແລະ ອົງການ UNDP ໄດ້ຈັດຂຶ້ນໃນກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານປະຈໍາປີ 2021 ໃນວັນທີ 2 ມີນາ 2022 ທີ່ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມຂອງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ ລິຄາດາ ຣິເຈີ ຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

    ແຜນງານການຮ່ວມມືໄລຍະໃໝ່ ສົກປີ 2012-2026 ນີ້ ມີສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນ ການພັດທະນາທີ່ຕ້ອງໄດ້ຄໍານຶງເຖິງ ແລະ ພ້ອມຮັບມື ເປັນຕົ້ນແມ່ນ:ການພັດທະນາເຮັດໃຫ້ຄວາມທຸກຍາກຫຼຸດລົງ ແຕ່ການກະຈາຍລາຍໄດ້ ຫຼື ຜົນປະໂຫຍດຂອງການພັດທະນາຍັງບໍ່ທົ່ວເຖິງ ສະພາບການປ່ຽນແປງດິນຟ້າອາກາດ ແລະ ໄພທໍາມະຊາດທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ຊັບສິນຂອງປະຊາຊົນນັບມື້ນັບເພີ່ມຂຶ້ນ ແລະ ເກີດຖີ່ຂຶ້ນ ໃນຂະນະທີ່ຄວາມພ້ອມຕໍ່ການປັບຕົວກັບສະພາບດັ່ງກ່າວຍັງຕໍ່າ ບັນຫາທີ່ຕິດພັນກັບການປົກຄອງ ລະບຽບການ ແລະ ກົດໝາຍ ກໍແມ່ນບຸລິມະສິດ ແລະ ເປົ້າໝາຍຂອງລັດຖະບານທີ່ຈະສືບຕໍ່ປຶກສາຫາລື ແລະ ຈັດຕັ້ງປະຕິບັດໃຫ້ບັນລຸຕາມເປົ້າໝາຍ.

    ໃນໄລຍະຜ່ານມາ ເຖິງແມ່ນວ່າການຈັດຕັ້ງປະຕິບັດແຜນງານການຮ່ວມມື 2017-2021 ຄື: ການດໍາລົງຊີວິດທີ່ດີ ການປົກຄອງ ສິ່ງແວດລ້ອມ ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ ຈະໄດ້ຮັບຜົນກະທົບຈາກຄວາມຜັນຜວນ ແລະ ຄວາມຫຍຸ້ງຍາກຂອງເສດຖະກິດໂລກ ທີ່ມີຫຼາຍສາເຫດມາຈາກໄພທໍາມະຊາດ ແລະ ພະຍາດລະບາດຕ່າງໆ ໂດຍສະເພາະພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນງານການຮ່ວມມືໄລຍະຜ່ານມາບໍ່ສາມາດບັນລຸເປົ້າໄດ້ຮ້ອຍສ່ວນຮ້ອຍ ແຕ່ຍ້ອນຄວາມເອົາໃຈໃສ່ຂອງບັນດາກະຊວງ ຂະແໜງການ ແລະ ການປະກອບສ່ວນຊຸກຍູ້ເປັນຍ່າງດີຂອງ UNDP ແລະ ຄູ່ຮ່ວມພັດທະນາ ອື່ນໆ ຈຶ່ງເຫັນໄດ້ວ່າຜົນໄດ້ຮັບຂອງແຜນງານຖືວ່າຢູ່ໃນລະດັບດີ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!