ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 2 ມີນາ 2022 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 1 ມີນາ 2022 ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃນທົ່ວປະເທດທັງໝົດ 2.464 ຕົວຢ່າງ ແລະ ພົບເຊື້ອ 273 ຄົນ ໃນນີ້ ຕິດເຊື້ອພາຍໃນ 256 ຄົນ ແລະ ນໍາເຂົ້າ 17 ຄົນ ສະເພາະການຕິດເຊືື້ອພາຍໃນໃໝ່ ທັງໝົດ 256 ຄົນຄື: ຈາກນະຄອນຫຼວງ 101 ຄົນ ແຂວງ ຜົ້ງສາລີ 24ຄົນ ຄໍາມ່ວນ 20 ຄົນ ຫົວພັນ 18 ຄົນ ສະຫັວນນະເຂດ 16 ຄົນ ຊຽງຂວາງ 14 ຄົນ ຫຼວງພະບາງ 11 ຄົນ ບໍລິຄໍາໄຊ 11 ຄົນ ໄຊຍະບູລີ 9 ຄົນ ອັດຕະປື 9 ຄົນ ວຽງຈັນ 5 ຄົນ ເຊກອງ 5 ຄົນ ອຸດົມໄຊ 4 ຄົນ ຈໍາປາສັກ 3 ຄົນ ສາລະວັນ 3 ຄົນ ບໍ່ແກ້ວ ຫຼວງນໍ້າທາ ແລະ ແຂວງໄຊສົມບູນແຂວງລະ 1 ຄົນ.

ສໍາລັບການຕິດເຊື້ອນໍາເຂົ້າ 17 ຄົນ ແມ່ນຈາກ ແຂວງສະຫັວນນະເຂດ 6 ຄົນ ຈຳປາສັກ 6 ຄົນ ບໍລິຄຳໄຊ 2 ຄົນ ຫົວພັນ 2 ຄົນ ແລະ ແຂວງຄຳມ່ວນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດພະຍາດເຊື້ອໂຄວິດ-19 ສະສົມທັງໝົດ 143.240 ຄົນ ອອກໂຮງໝໍວັນທີ 1 ມີນາ ຜ່ານມາ 169 ຄົນ ກຳລັງປິ່ນປົວ 1.631 ຄົນ ແລະ ເສຍຊີວິດສະສົມທັງໝົດ 623 ຄົນ (ບໍ່ມີຜູ້ເສຍຊີວິດໃໝ່).
ເຖິງວ່າຕົວເລກລາຍງານບໍ່ສູງ ແຕ່ສະພາບການລະບາດໃນຕ່າງປະເທດ ລວມທັງບັນດາປະເທດອ້ອມຂ້າງ ສປປ ລາວ ເຮົາ ກໍຍັງບໍ່ມີທ່າອ່ຽງຈະຫຼຸດລົງ ເນື່ອງຈາກການລະບາດຂອງສາຍພັນໂອໄມຄຣອນໃນຊຸມຊົນ ສຳລັບປະເທດເຮົາ ສັງເກດເຫັນວ່າສະເພາະນະຄອນຫຼວງວຽງຈັນວັນນີ້ ກໍຄົບຮອບ 1 ເດືອນເຕັມ ທີ່ຕົວເລກລາຍງານເປັນສອງໂຕເລກ ແຕ່ມາໃນວັນທີ 2 ມີນານີ້ ຕົວເລກລາຍງານໃນນະຄອນຫຼວງມີ ຂຶ້ນເປັນ 3 ຕົວເລກ ລວມທັງພົບຜູ້ຕິດເຊື້ອສາຍພັນໂອໄມຄຣອນທີ່ຍັງບໍ່ທັນຮູ້ແຫຼ່ງທີ່ມາຢູ່ ນະຄອນຫຼວງວຽງຈັນ 2 ກໍລະນີ ນີ້ກໍເປັນສັນຍານເຕືອນໃຫ້ພວກເຮົາທຸກຄົນຈົ່ງມີສະຕິໃນການຕິດຕາມເຝົ້າລະວັງ ແລະ ການປ້ອງກັນການຕິດເຊື້ອຈາກພະຍາດໂຄວິດ-19 ຢ່າງເຄັ່ງຄັດ ໂດຍສະເພາະມາດຕະການຂອງຄະນະສະເພາະກິດວາງອອກແຕ່ລະໄລຍະ ຮຽກຮ້ອງໃຫ້ບັນດາທ່ານຈົ່ງພ້ອມໃຈກັນປະຕິບັດຢ່າງເຄັ່ງຄັດ ຄຽງຄູ່ກັບການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ.
# ຂ່າວ & ພາບ: ລັດເວລາ