ສປປ ລາວ ປັບມາດຕະການເຂົ້າ-ອອກ ນັບແຕ່ວັນທີ 2 ມີນາເປັນຕົ້ນໄປ

    ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮອງຫົວໜ້າຄະນະສະເພາະກິດ ຜູ້ປະຈຳການ ໄດ້ຖະແຫຼງຂ່າວກ່ຽວກັບທິດຊີ້ນໍາໃນການດັດປັບບາງມາດຕະການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ນັບແຕ່ວັນທີ 2 ມີນາ 2022 ເປັນຕົ້ນໄປ ທີ່ສໍານັກງານນາຍົກລັດຖະມົນຕີ ວ່າ: ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງໃນຂອບເຂດທົ່ວປະເທດ ສະນັ້ນ ເພື່ອຮັບປະກັນການອຳນວຍຄວາມສະດວກໃຫ້ແກ່ນັກການທູດ ນັກລົງທຶນ ນັກທຸລະກິດ ຊ່ຽວຊານ ວິຊາການ ແຮງງານ ນັກທ່ອງທ່ຽວ ຕາມແຜນທ່ອງທ່ຽວສີຂຽວ ແລະ ຄົນລາວທີ່ຈະກັບຄືນປະເທດ ໃຫ້ມີຄວາມວ່ອງໄວ ແຕ່ຮັດກຸມ ແລະ ຂໍ້ມູນຊັດເຈນ ລັດຖະບານຈຶ່ງໄດ້ຄົ້ນຄວ້າປັບມາດຕະການໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່ ເຊິ່ງເນື້ອໃນສ່ວນໃຫຍ່ແມ່ນມີດັ່ງນີ້:

error: Content is protected !!