ຄະນະວິຊາຄູ ວິທີການ ອົບຮົມ-ກໍ່ສ້າງ ສະຫຼຸບວຽກງານຮອບດ້ານປີ 2021

    ວັນທີ 25 ກຸມພາ 2022 ຜ່ານມານີ້ ຄະນະວິຊາຄູ ວິທີການ ອົບຮົມ-ກໍ່ສ້າງ ສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານ ປີ 2021 ແລະ ວາງທິດທາງ ແຜນການຊີ້ນຳ-ນຳພາ ປີ 2022 ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ປະດິດ ສິນທຳ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ມີສະຫາຍ ພັນໂທ ແສງສຸລິຍາ ພິມມະສອນ ຫົວໜ້າຄະນະວິຊາຄູ ວິທີການ ມີບັນດາຄູ-ອາຈານ  ເຂົ້າຮ່ວມ.

    ສະຫາຍ ພັນໂທ ທອງດີ ທິບພະລັກສາ ຂຶ້ນຜ່ານບົດສະຫລຸບຜ່ານການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ຂອງຄະນະພັກ ຄະນະບັນຊາແຕ່ລະຂັ້ນ  ໄດ້ເອົາໃຈໃສ່ສຶກສາອົບຮົມ-ການເມືອງແນວຄິດ ໃຫ້ພະນັກງານຄູ-ອາຈານ ມີຄວາມອຸ່ນອຽ່ນທຸ່ນທຽ່ງເປັນຢ່າງດີ ສາມາດຮັກສາໄດ້ນາມມະຍົດ ກົມກອງປອດໃສ ປອດໄພ ປອດຄະດີ ສະໄໝທີ 4 ແລະ ຍາດໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສະໄໝທີ 1 ໂດຍສຸມໃສ່ຄວາມຮັບຜິດຊອບສູງຕໍ່ວິຊາສະເພາະຂອງຕົນ ສຸມທຸກເຫື່ອແຮງ ສະຕິປັນຍາ ເຂົ້າໃນການຄົ້ນຄວ້າວິທະຍາສາດ ຄົ້ນຄວ້າເອກະສານ ບົດສອນ ເພື່ອສົມທົບການອົບຮົມສິດສອນໃຫ້ມີປະສິດທິຜົນສູງ ດ້ານວຽກງານພະລາທິການ ເອົາໃຈເພີ່ມພູນຜະລິດຜົນຕາມທ່າແຮງບົ່ມຊ້ອນປູກຝັງ ລ້ຽງສັດ ມີເນື້ອທີ່ທຳການຜະລິດ 2 ໄລ່ກວ່າ ມີໜອງປາ 2 ໜອງ ປ່ອຍປາແລ້ວ 6000 ໂຕ ສ້າງໃຫ້ກົມກອງຮັບປະກັນ ແລະ ມີແຫລ່ງລາຍຮັບໃຫ້ຄອບຄົວ-ສ່ວນລວມ ທັງເປັນການແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂື້ນໄປເລື້ອຍໆ.

    ໂອກາດດັ່ງກ່າວ  ພັນໂທ ປະດິດ ສິນທຳ ຫົວໜ້າຫ້ອງ ອົບຮົມ-ກໍ່ສ້າງ ໄດ້ຕີລາສູງມາຍັງຄະນະພັກ ຄະນະບັນຊາແຕ່ລະຂັ້ນ ຖືເອົາວຽກງານການເມືອງ-ແນວຄິດ ໃຫ້ເປັນກົກ ພ້ອມທັງຮຽກຮ້ອງມາຍັງຄູອາຈານທຸກສະຫາຍ ເອົາໃສ່ຄົ້ນຄວ້າປັບປຸງຫຼັກສູດການຮຽນ ການສອນ ຮັບປະກັນໄດ້ຄຸນພະພາບ ຂອງບັນດາເອກະສານຕ່າງໃຫ້ແກ່ຄະນະວິຊາຄູມີຄວາມເອກະພາບດີຂຶ້ນ.

# ຂ່າວ: ບຸນເກີດ ຈັນທະວົງ

# ພາບ: ລຸນທອງ ສີບຸນເຮືອງ.

error: Content is protected !!