ກອງຮ້ອຍ 2 ກອງພັນທີ 3 ວິທະຍາຄານກົມມະດຳ ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ

    ວັນທີ 28 ກຸມພາ 2022 ຜ່ານມານີ້ ກອງຮ້ອຍ 2 ກອງພັນທີ 3 ວິທະຍາຄານກົມມະດຳ ໄດ້ຈັດພິທີຮັບມະຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກສໍາຮອງ ຂອງພັກປະຊາຊົນປະຕິວັດລາວ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ອຳພອນ ໜັ້ນຈະເລີນ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນທີ 3 ວິທະຍາຄານກົມມະດຳ  ມີບັດດາໝ່ວຍພັກຕະຫຼອດຮອດ ສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.

    ສະຫາຍ ຮ້ອຍເອກ ບຸນເດດ  ສິດທະຈອນ ຮອງເລຂາໝ່ວຍພັກ 2 ຂື້ນຜ່ານຂໍ້ຕົກລົງຂອງຄະນະໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ.ວ່າດ້ວຍການອະນຸມັດມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກປະຊາຊົນປະຕິວັດລາວ ອີງຕາມກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI ,ໜວດທີ 1 ມາດຕາ 2 ວ່າດ້ວຍລະບຽບການຂະຫຍາຍເຂົ້າພັກຈຳນວນ 1 ສະຫາຍ ເຊິ່ງເປັນຜູ້ທີ່ມີຜົນງານດີເດັ່ນ ມີເງື່ອນໄຂ ແລະ ມາດຖານຄົບຖ້ວນ ໂອກາດດັ່ງກ່າວ. ພັນໂທ ອຳພອນ ໜັ້ນຈະເລີນ ເລຂາຄະນະພັກຮາກຖານ ໄດ້ມີຄໍາເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ພະນັກງານສະມາຊິກພັກຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກສົມບູນ ແລະ ສຳຮອງໃໝ່ ຈົ່ງເພີ່ມທະວີມີສະຕິຍົກສູງນ້ຳໃຈຮັບຜິດຊອບຕໍ່ໝ້າທີ່ການເມືອງຂອງຕົນມີຄວາມສາມັກຄີພາຍໃນໃຫ້ໝັກແໝັ້ນ ປະຕິບັດຂໍ້ກຳນົດ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ຂອງກົມກອງໃຫ້ເຂັ້ມງວດ. ເອົາໃຈໃສ່ຄົ້ນຄວ້າໃຫ້ກໍາແໜ້ນແນວທາງນະໂຍບາຍມະຕິ ຄໍາສັ່ງກໍ່ຄືກົດລະບຽບຂອງພັກ ແລະ ລະບຽບກົດໝາຍຂອງລັດ ເປັນແບບຢ່າງນໍາໜ້າໃນຂະບວນການຕ່າງໆຂອງມະຫາຊົນ ແລະ ເຂົ້າຮ່ວມໃນການວຽກງານຂອງພັກ ຕາມສິດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າເຂັ້ມແຂງ ຝືກຝົນຫຼໍ່ຫຼອມຕົນເອງ ເຂົ້າຮ່ວມດຳເນີນຊີວິດ ແລະ ເສຍ ເງິນບຳລຸງພັກຢ່າງປົກກະຕິ.

# ຂ່າວ:ວັນນະເລດ ລໍວັນໄຊ.

# ພາບ:ບຸນເດດ ສິດທະຈອນ..  

error: Content is protected !!