ຄອບຄົວທ່ານ ສົມພານ ໄຊຍະສຸກ ເປັນຄອບຄົວໜຶ່ງທີ່ໄດ້ນໍາດອກແຂມທີ່ເກີດຈາກທໍາມະຊາດ ມາປະດິດເປັນຟອຍຍູປັດກວາດເຮືອນຊານ ແລະ ສະຖານທີ່ຕ່າງໆໃຫ້ມີຄວາມສະອາດ ໂດຍມີຈຸດປະສົງເພື່ອສ້າງມູນຄ່າເພີ່ມ ພ້ອມທັງນໍາໃຊ້ໃຫ້ເກີດປະໂຫຍດ ແລະ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ.

ນາງ ວຽງເງິນ ໄຊຍະສຸກ ລູກສາວເຈົ້າຂອງຜະລິດຕະພັນຟອຍຍູກວາດ ບ້ານສົມສະຫວັນ ເມືອງພຽງ ແຂວງໄຊຍະບູລີ ໃຫ້ສໍາພາດໃນອາທິດຜ່ານມາວ່າ: ຄອບຄົວຕົນໄດ້ປະກອບອາຊີບຄ້າ-ຂາຍເຄື່ອງແຫ້ງປະເພດຕ່າງໆມາໄດ້ຫຼາຍປີ ພ້ອມນັ້ນ ກໍໄດ້ສືບທອດການຖັກຟອຍຍູປັດກວາດທີ່ເຮັດຈາກດອກແຂມມາແຕ່ລຸ້ນປູ່ຍ່າຕານາຍ ມາຮອດປັດຈຸບັນເປັນເວລາເວລາ 15 ປີທີ່ຖັກຟອຍຍູກວາດຈໍາໜ່າຍໃຫ້ແກ່ສັງຄົມ ໂດຍໃຊ້ແຮງງານສະມາຊິກພາຍໃນຄອບຄົວ ເຊິ່ງຜະລິດຕະພັນດັ່ງກ່າ ວແມ່ນໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໃນປີ 2017 ເປັນຕົ້ນມາ ມີຕະຫຼາດຈໍາໜ່າຍຢູ່ ນະຄອນຫຼວງວຽງຈັນ ຫຼວງພະບາງ ແລະ ແຂວງໄຊຍະບູລີ ໃນນີ້ໄດ້ຈັດສົ່ງໃຫ້ລູກຄ້າ ກໍຄືຕະຫຼາດໃນລາຄາກ້ານລະ 10 ພັນກີບ ເດືອນໜຶ່ງສາມາດຈັດສົ່ງຈໍາໜ່າຍປະມານ 300 ກ້ານ ສະເລ່ຍລາຍຮັບເດືອນໜຶ່ງປະມານ 2.000.000-3.000.000 ກີບຕໍ່ເດືອນ.

ສ່ວນວັດຖຸດິບທີ່ນໍາມາປະດິດເປັນຟອຍຍູກວາດປະກອບມີ ໃບແຂມໄດ້ເກັບຊື້ຈາກປະຊາຊົນຈໍານວນ 5-6 ຄອບຄົວພາຍໃນບ້ານສົມສະຫວັນ ເມືອງພຽງ ຮັບຊື້ໃນລາຄາ 30.000 ກີບຕໍ່ກິໂລ ພ້ອມນັ້ນ ໄດ້ຊື້ໄມ້ໄຜ່ໄລ່ເພື່ອມາເຮັດກ້ານຟອຍຍູກວາດທ່ອນໜຶ່ງມີຄວາມຍາວ 1 ແມັດ ໃນລາຄາ 1.500 ກີບຕໍ່ທ່ອນ ນອກນັ້ນຍັງມີເຊືອກຖັກຈໍານວນໜຶ່ງ ສະເລ່ຍກ້ານໜຶ່ງມີຕົ້ນທຶນປະມານ 8.000 ກີບ ເຊິ່ງການຖັກຟອຍຍູກວາດແມ່ນໄດ້ໃຊ້ຄວາມປານີດ ແລະ ແໜ້ນໜາ ຮັບປະກັນຄຸນນະພາບນໍາໃຊ້ໄດ້ຍາວນານ ແລະ ອື່ນໆ.
# ຂ່າວ-ພາບ : ຂັນທະວີ