ທ່ານລັດຖະມົນຕີ ຫົວໜ້າ ຫສນຍ ສືບຕໍ່ພົບປະໂອ້ລົມພະນັກງານຫຼັກແຫຼ່ງ

   ວັນທີ 28 ກຸມພາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ສືບຕໍ່ພົບປະໂອ້ລົມຕໍ່ພະນັກງານກົມປະຊາສຳພັນ ແລະ ກົມນິຕິກຳ ທີ່ຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ມີພະນັກງານຫຼັກແຫຼ່ງຈາກສອງກົມເຂົ້າຮ່ວມ.

    ຈຸດປະສົງຂອງການພົບປະໂອ້ລົມ ເພື່ອຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ຂໍ້ສະດວກ ຂໍ້ຄົງຄ້າງຕ່າງໆ ແລະ ການສະເໜີປຶກສາຫາລືແລກປ່ຽນບົດຮຽນ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ດ້ວຍການຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ການເມືອງທີ່ຢູ່ໃນຄວາມຮັບຜິດຂອງຕົນໃຫ້ໄດ້ຮັບຜົນດີ.

    ໃນກອງປະຊຸມ ຫົວໜ້າກົມປະຊາສຳພັນ ແລະ ຫົວໜ້າກົມນິຕິກຳ ໄດ້ຜັດປ່ຽນກັນຂຶ້ນລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານພາຍໃນກົມຂອງຕົນໃຫ້ທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຮັບຊາບ ພາຍຫຼັງການລາຍງານ ທ່ານລັດຖະມົນຕີ ກໍໄດ້ເປີດໂອກາດໃຫ້ພະນັກງານທີ່ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ໂດຍສະເພາະຂໍ້ຄົງຄ້າງ ແລະ ຂໍ້ສະເໜີຕໍ່ຄະນະນຳ ຫສນຍ ເພື່ອຊ່ວຍຊຸກຍູ້ແກ້ໄຂ.

    ຜ່ານການຟັງລາຍງານ ແລະ ແລກປ່ຽນຄຳຄິດເຫັນ ທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານຂອງສອງກົມດັ່ງກ່າວ ເຊິ່ງສະແດງເຖິງຄວາມເປັນເຈົ້າການ ຄວາມເສຍສະຫຼະ ແລະ ຮັບຜິດຊອບສູງ ເຖິງແມ່ນວ່າ ການຈັດຕັ້ງປະຕິບັດວຽກງານບາງໄລຍະ ຢູ່ໃນສະພາບແວດລ້ອມທີ່ບໍ່ເອື້ອອຳນວຍເທົ່າທີ່ຄວນ ໂດຍສະເພາະມີການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ທັງສອງກົມກໍສາມາດປະຕິບັດໜ້າທີ່ການເມືອງຂອງຕົນ ເຊິ່ງມີທັງວຽກງານປົກກະຕິ ແລະ ວຽກງານຮີບດ່ວນ ໄດ້ຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດ ພ້ອມກັນນັ້ນ ກໍໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມ ພົບປະ ແລະ ແລກປ່ຽນຄຳຄິດເຫັນຂອງພະນັກງານໃນຄັ້ງນີ້ ແມ່ນມີບັນຍາກາດທີ່ດີ ລັກສະນະເປັນກັນເອງ ຮັບຟັງ ແລະ ປະກອບຄຳຄິດເຫັນຢ່າງພາວະວິໄສ ສ້າງສັນ ແລະ ກົງໄປກົງມາ.

...# ຂ່າວ & ພາບ :  ຊິລິການດາ

error: Content is protected !!