ລາວໂທລະຄົມ ຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ

    ກອງປະຊຸມສະຫຼຸບຜົນປະກອບການດຳເນີນທຸລະກິດ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈັດຂຶ້ນວັນທີ 1 ມີນາ 2022 ທີ່ສຳນັກງານໃຫຍ່ລາວໂທລະຄົມ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມຜູ້ແທນຈາກລາວໂທລະຄົມມະນາຄົມສູນກາງ ສາຂາແຂວງທົ່ວປະເທດ ບໍລິສັດ ລາວໂມບາຍມັນນີ ຈຳກັດ  ບໍລິສັດ T-Plus ແລະ ມີຜູ້ແທນເຂົ້າຮ່ວມຜ່ານ Video Conference ທັງສູນກາງ ແລະ ສາຂາແຂວງທົ່ວປະເທດ.

    ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານດຳເນີນທຸລະກິດໃນປີ 2021 ແລະ ທິດທາງແຜນການໃນປີ 2022 ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ລາວໂທລະຄົມສາມາດຍາດມາໄດ້ໃນໜຶ່ງປີຜ່ານມາ ເປັນຕົ້ນແມ່ນໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມມີມູນຄ່າທັງໝົດ 36 ລ້ານໂດລາສະຫະລັດ ຫຼື ປະມານ 411,16 ຕື້ກວ່າກີບ ປັດຈຸບັນ ມີສະຖານີມືຖືທັງໝົດ 9.878 ສະຖານີ ໃນນີ້ GSM 2G ຈໍານວນ 1.966 ສະຖານີ 3G ຈໍານວນ 3.214 ສະຖານີ 4G ຈໍານວນ 3.960 ສະຖານີ 4,5G ຈໍານວນ 725 ສະຖານີ ແລະ 5G ຈຳນວນ 8 ສະຖານີ (ມີສັນຍານໂທລະສັບມືຖືຄວບຄຸມໄດ້ທົ່ວປະເທດ ກວມເອົາປະຊາກອນ 72% ໃນນັ້ນ 4G ກວມ 71%) IP Core/IPRAN 3.685 ສະຖານີ ແລະ FTTH ຈໍານວນ 91.835 Ports ກວມ 31% ຂອງຫຼັງຄາເຮືອນໃນທົ່ວປະເທດ.

    ທັງໝົດນັ້ນ ມັນໄດ້ກາຍເປັນປັດໄຈຫຼັກທີ່ຊຸກຍູ້ໃຫ້ລາວໂທລະຄົມ ສາມາດຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ ມາຮອດປັດຈຸບັນ ມີລູກຄ້າໃຊ້ບໍລິການຕົວຈິງຈໍານວນ 2.865.927 ເລກໝາຍ ໃນປີ 2021 ຜ່ານມາ ສາມາດສ້າງລາຍຮັບໄດ້ທັງໝົດ 1.555,53 ຕື້ກີບ (ລວມອາກອນ) ກໍາໄລສຸດທິທັງໝົດ 155,71 ຕື້ກີບ ບໍ່ລວມການຂາດທຶນຈາກອັດຕາແລກປ່ຽນ ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 251 ຕື້ກີບ ເຊິ່ງກວມເອົາອັດຕາສ່ວນ 16,1% ຂອງລາຍຮັບທີ່ລາວໂທລະຄົມປະຕິບັດໄດ້ໃນປີ 2021.

    ສຳລັບ ແຜນການປີ 2022 ບໍລິສັດ ລາວໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃຫ້ໄດ້ 3 ລ້ານກວ່າເລກໝາຍ ແລະ ສ້າງລາຍຮັບຂອງກຸ່ມລາວໂທລະຄົມ ໃຫ້ໄດ້ທັງໝົດ 1.735,15 ຕື້ກີບ ທຽບໃສ່ປີ 2021 ເພີ່ມຂຶ້ນ 17,8% ຄາດຄະເນກໍາໄລສຸດທິຂອງກຸ່ມລາວໂທລະຄົມ ໃຫ້ໄດ້ 163,45 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນ 249,9 ຕື້ກີບ.

.

..# ຂ່າວ & ພາບ :  ຊິລິການດາ

error: Content is protected !!