ໃນໂອກາດກ່າວປາຖະກະຖາກ່ຽວກັບ “ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ທີ່ມີລັກສະນະປະຫວັດສາດຢູ່ຫໍປະຊຸມນານາຊາດ ທີ່ ເຊີແນວ ວັນທີ 18 ມັງກອນປີ 2017 ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ບັນລະຍາຍກ່ຽວກັບທັດສະນະປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງເປັນລະບົບ ເດືອນກຸມພາ 2022 ໄຟໂອແລມປິກໄດ້ໄຕ້ຂຶ້ນຢູ່ນະຄອນຫຼວງປັກກິ່ງ ອີກຄັ້ງໜຶ່ງ ເຊິ່ງຫ່າງຈາກກີລາໂອແລມປິກລະດູຮ້ອນ ຢູ່ ປັກກິ່ງ 14 ປີ ຈຶ່ງສາມາດເວົ້າໄດ້ວ່າຈາກການໄຂພິທີ-ການປິດພິທີ ຈາກວຽກງານການກະກຽມ-ການແຂ່ງຂັນ ຈາກການອອກແບບສະໜາມກີລາ-ການນຳໃຊ້ສະໜາມກີລາ ຕະຫຼອດຮອດນັກກີລາ ອາສາສະໝັກ ແລະ ອື່ນໆ ງານກີລາໂອແລມປິກລະດູໜາວ ປັກກິ່ງ ລ້ວນແຕ່ໄດ້ປະຕິບັດການເຄື່ອນໄຫວຕົວຈິງໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ວັນທີ 2 ທັນວາ 2021 ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 76 ໄດ້ປຶກສາຫາລືເປັນເອກະພາບກັນຮັບຮອງເອົາມະຕິຢຸດຍິງ ໃນໄລຍະຈັດງານກີລາໂອແລມປິກ ຢູ່ປະເທດຈີນ ແລະ ຄະນະກຳມະການໂອແລມປິກສາກົນເປັນຜູ້ຮ່າງ ແລະ ມີ 173 ປະເທດສະມາຊິກຮ່ວມກັນລິເລີ່ມ ມະຕິດັ່ງກ່າວໄດ້ຜ່ານການຮັບຮອງເປັນເອກະພາບ ເຊິ່ງສະແດງໃຫ້ເຫັນວ່າປະເທດສະມາຊິກອົງການສະຫະປະຊາຊາດສະໜັບສະໜູນງານກີລາໂອແລມປິກລະດູໜາວ ປັກກິ່ງ ແລະ ງານກີລາໂອແລມປິກສາກົນ ທັງສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງເດັດດ່ຽວຂອງປະຊາຄົມໂລກ ທີ່ຮ່ວມແຮງຮ່ວມໃຈກັນ ເພື່ອເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ສ້າງສັນຕິພາບຮ່ວມກັນ ແລະ ກ້າວໄປສູ່ອະນາຄົດຮ່ວມກັນ.

ງານກີລາໂອແລມປິກລະດູໜາວ ປັກກິ່ງ ແມ່ນງານກີລາໂອແລມປິກພຽງຄັ້ງດຽວ ທີ່ສາມາດຈັດຂຶ້ນຕາມເວລາກຳນົດພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຄວາມງ່າຍ ຄວາມປອດໄພແລະ ໜ້າເບິ່ງໜ້າຊົມ ແມ່ນຄຳໝັ້ນສັນຍາຂອງຈີນ ໃນການຈັດງານກີລາໂອແລມປິກລະດູໜາວ ປັກກິ່ງ ທັງໄດ້ສະແດງໃຫ້ເຫັນທັດສະນະຄວາມປອດໄພ ຄື: “ທ່ານປອດໄພແລ້ວ ຂ້າພະເຈົ້າຈຶ່ງປອດໄພ.” ງານກີລາໂອແລມປິກລະດູໜາວ ປັກກິ່ງ ຈຶ່ງໄດ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມພະຍາດແບບວົງປິດ ເພື່ອຮັບປະກັນຄວາມປອດໄພໃຫ້ຄະນະນັກກີລາທີ່ເຂົ້າຮ່ວມແຂ່ງຂັນ ການກວດກາຢ່າງລະອຽດຮອບຄອບ ແລະ ຖືກຕ້ອງ ແລະ ການນຳໃຊ້ວິທະຍາສາດເຕັກນິກຂັ້ນສູງຢ່າງຫຼວງຫຼາຍ ໄດ້ຊ່ວຍປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລະບາດ ທັງຮັບປະກັນການຖ່າຍທອດສົດການແຂ່ງຂັນກີລາດັ່ງກ່າວໄດ້ເປັນຢ່າງດີ.
ປັກກິ່ງ ແມ່ນຕົວເມືອງພຽງແຫ່ງດຽວໃນໂລກ ທີ່ໄດ້ຈັດງານກີລາໂອແລມປິກ ທັງລະດູຮ້ອນ ແລະ ລະດູໜາວ ໂດຍສະເພາະໄດ້ຈັດງານກີລາໂອແລມປິກລະດູໜາວ 5 ປີຜ່ານມາ ຈີນໄດ້ເຮັດໃຫ້ເປົ້າໝາຍທີ່ປະຊາຊົນ 300 ລ້ານຄົນ ເຂົ້າຮ່ວມຫຼິ້ນກີລາຫິມະ ແລະ ນ້ຳກ້ອນບັນລຸຜົນເປັນຈິງ ເຮັດໃຫ້ປະຊາຊົນຈີນຫຼາຍກວ່າເກົ່າຮູ້ຈັກ ແລະ ໄດ້ຫຼິ້ນກີລາຫິມະ ແລະ ນ້ຳກ້ອນຢ່າງມ່ວນຊື່ນ ຈາກຄຳຂວັນ “ຈັດງານກີລາໂອແລມປິກຕາມທິດສີຂຽວ ຖືກຫຼັກວິທະຍາສາດເຕັກນິກແລະວັດທະນະທຳ” ຂອງການຈັດງານກີລາໂອແລມປິກ ລະດູຮ້ອນປີ 2008 ຫາ ງານກີລາໂອແລມປິກລະດູໜາວ ປັກກິ່ງ 2022 ຈີນ ໄດ້ຍຶດໝັ້ນການເດີນຕາມເສັ້ນທາງການພັດທະນາຕາມທິດສີຂຽວ ປ່ອຍກາກບອນຕ່ຳ ແລະ ແບບຍືນຍົງ ທັດສະນະ “ຈັດງານກີລາໂອແລມປິກຕາມທິດສີຂຽວ” ໄດ້ເຈືອຈານເຂົ້າໃນຈິດໃຈປະຊາຊົນ ສູນລອຍນ້ຳຮູບຈັດຕຸລັດແຫ່ງຊາດຈີນ ໄດ້ກາຍເປັນສະໜາມກີລາແຫ່ງທຳອິດ ທີ່ໄດ້ດັດແປງຈາກສະລອຍນ້ຳ ໃຫ້ເປັນສະໜາມກີລາເທິງນ້ຳກ້ອນ ສະໜາມກີລານະຄອນຫຼວງຈາກສະໜາມແຂ່ງຂັນບານສົ່ງ ໄດ້ດັດແປງເປັນສະໜາມກີລາເທິງນ້ຳກ້ອນ… ສະໜາມກີລາຫຼາຍແຫ່ງທີ່ເຄີຍນຳໃຊ້ໃນງານກີລາໂອແລມປິກລະດູຮ້ອນ ປັກກິ່ງ ປີ 2008 ໄດ້ຖືກປັບປຸງເພື່ອນຳໃຊ້ໃນການແຂ່ງຂັນກີລາໂອແລມປິກລະດູໜາວ ປັກກິ່ງ ທັງໝົດນີ້ໄດ້ບັນລຸເປົ້າໝາຍທີ່ເຮັດໃຫ້ສະໜາມກີລາໂອລິມປິກ ໄດ້ຖືກນຳໃຊ້ຢ່າງຕໍ່ເນື່ອງ.
ປັດຈຸບັນ ສະຖານະການສາກົນໄດ້ປ່ຽນແປງຢ່າງໃຫຍ່ຫຼວງ ພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດ ຢ່າງໜັກໜ່ວງໃນທົ່ວໂລກ ມະນຸດເຮົາມີຄວາມປາຖະໜາຢ່າງແຮງກ້າແບບບໍ່ເຄີຍມີມາກ່ອນ ທີ່ຢາກຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮ່ວມກັນກ້າວໄປໜ້າ ຢາກແຂ່ງຂັນຄືກັບໂອແລມປິກ ຢາກມີຄວາມສາມັກຄີກັນຄືໂອແລມປິກ ແລະ ຢາກ “ຮ່ວມກັນກ້າວໄປສູ່ອະນາຄົດ” ຄືກັບໂອແລມປິກ ນີ້ແມ່ນຂໍ້ຮຽກຮ້ອງຮ່ວມກັນທີ່ຢາກໃຫ້ງານກີລາໂອແລມປິກລະດູໜາວ ປັກກິ່ງ ລິເລີ່ມສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ພ້ອມນີ້ຍັງໄດ້ສະແດງໃຫ້ເຫັນທັດສະນະປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ໃນການສ້າງໂລກທີ່ມີສັນຕິພາບຖາວອນ ມີຄວາມປອດໄພໂດຍທົ່ວໄປ ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ ເປີດປະຕູສູ່ພາຍນອກ ແລະ ກວມລວມ ໂປ່ງໃສແລະສວຍງາມ.