ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າຄວບພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 25 ກຸມພາ ປີ 2022 ວ່າ: ວັນທີ 24 ກຸມພາ 2022 ໄດ້ກວດວິເຄາະທັງໝົດ 2.684 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 304 ຄົນ (ຕິດເຊື້ອພາຍໃນ 260 ຄົນ ແລະ ນໍາເຂົ້າ 44 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 260 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີຄື:
- ນະຄອນຫຼວງ 63 ຄົນ
- ບໍລິຄໍາໄຊ 29 ຄົນ
- ເຊກອງ 27 ຄົນ
- ຈໍາປາສັກ 26 ຄົນ
- ຜົ້ງສາລີ 24 ຄົນ
- ຫຼວງພະບາງ 19 ຄົນ
- ອຸດົມໄຊ 18 ຄົນ
- ໄຊສົມບູນ 15 ຄົນ
- ໄຊຍະບູລີ 11 ຄົນ
- ຫຼວງນໍ້າທາ 8 ຄົນ
- ບໍ່ແກ້ວ 5 ຄົນ
- ອັດຕະປື 4 ຄົນ
- ຄໍາມ່ວນ 4 ຄົນ
- ສະຫັວນນະເຂດ 2 ຄົນ
- ຫົວພັນ 2 ຄົນ
- ວຽງຈັນ 2 ຄົນ
- ຊຽງຂວາງ 1 ຄົນ.
ສໍາລັບການຕິດເຊື້ອນໍາເຂົ້າ ມີ 44 ຄົນ ຈາກນະຄອນຫຼວງ 9 ຄົນ ສະຫັວນນະເຂດ 7 ຄົນ ຈຳປາສັກ 9 ຄົນ ບໍລິຄຳໄຊ 3 ຄົນ ຊຽງຂວາງ 4 ຄົນ ແລະ ອັດຕະປື 12 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ ກ່ອນຈະກວດພົບເຊື້ອ. ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 142.237 ຄົນ ອອກໂຮງໝໍ 54 ຄົນ ກຳລັງປິ່ນປົວ 1.519 ຄົນ ແລະ ເສຍຊີວິດທັງໝົດ 619 ຄົນ (ເສຍຊິວິດໃໝ່ 2 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ແມ່ນຈາກ ໄຊຍະບູລີ 1 ຄົນ ແລະ ຫົວພັນ 1 ຄົນ.
.# ຂ່າວ-ພາບ : ວຽງມາ