ນວ ຈະເລີ່ມທົດລອງນຳໃຊ້ລົດຂົນສົ່ງຂີ້ເຫຍື້ອທັນສະໄໝ ພ້ອມແຈກຢາຍຖັງຂີ້ເຫຍື້ອ ເພື່ອເພີ່ມການຄັດແຍກຂີ້ເຫຍື້ອຢູ່ແຫຼ່ງກໍາເນີດຄົວເຮືອນ

    ເພື່ອເປັນການຊຸກຍູ້ໃຫ້ທຸກຄອບຄົວຫັນມາເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອໃຫ້ເກີດຄວາມຍືນຍົງ ພ້ອມທັງຫັນເຂົ້າສູ່ລະບົບການເກັບມ້ຽນຂີ້ເຫຍື້ອທີ່ທັນສະໄໝຕາມແຜນທີ່ນະຄອນຫຼວງວຽງຈັນວາງໄວ້.

     ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ໃຫ້ສຳພາດໃນໂອກາດທີ່ໄດ້ຮັບລົດ ແລະ ອຸປະກອນເກັບມ້ຽນຂີ້ເຫຍື້ອທີ່ສັ່ງຊື້ຈາກ ສປ ຈີນ ວ່າ: ໃນວັນທີ 24 ກຸມພາ 2022 ເປັນມື້ທີ່ ຄບຕ ພວກເຮົາໄດ້ຮັບເຄື່ອງທີ່ສັ່ງຊື້ຈາກ ສປ ຈີນ ປະກອບມີ ລົດເກັບມ້ຽນຂີ້ເຫຍື້ອທັນສະໄໝຂະໜາດນ້ອຍ ຈຳນວນ 4 ຄັນ ແລະ ຖັງເກັບມ້ຽນຂີ້ເຫຍື້ອຈຳນວນ 1.535 ຖັງ ເຊີ່ງເຄື່ອງດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈຳລາວ (KOICA) ຊ່ວຍເຫຼືອຜ່ານໂຄງການຂອງສະຖາບັນເຕີບໂຕສີຂຽວສາກົນ(GGGI) ເພື່ອນຳໃຊ້ເຂົ້າໃນໂຄງການລະບົບຈັດການສິ່ງເສດເຫຼືອແບບບໍ່ລວມສູນ ເຊິ່ງໂຄງການດັ່ງກ່າວ ຈະເລີ່ມທົດລອງຈັດຕັ້ງປະຕິບັດໃນໃນໄວໆນີ້ ໃນ 3 ບ້ານ ຄື: ບ້ານໜອງບົວທອງເໜືອ ບ້ານດົງນາໂຊກໃຕ້ ແລະ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສຳລັບເກັບມ້ຽນຂີ້ເຫຍື້ອທັງ 4 ຄັນນີ້ ເປັນລົດໄຟຟ້າຂະໜາດ 3 ແມັດກ້ອນ ມີລະບົບເກັບມ້ຽນຂີ້ເຫຍື້ອທັນສະໄໝ ສາມາດອັດແໜ້ນຂີ້ເຫຍື້ອຮັບປະກັນການເກັບມ້ຽນຂີ້ເຫຍື້ອທີ່ສະອາດ ແລະ ສະດວກສະບາຍໃນການເຂົ້າໄປເກັບມ້ຽນຂີ້ເຫຍື້ອຕາມທາງຮ່ອມຕ່າງໆ ເຊີ່ງໃນປີ 2022 ທາງໂຄງການດັ່ງກ່າວແມ່ນມີແຜນຈະສືບຕໍ່ຊ່ວຍເຫຼືອຕື່ມອີກຈຳນວນ 20 ຄັນ ເພື່ອນຳໃຊ້ເຂົ້າໃນການເກັບມ້ຽນຂີ້ເຫຍື້ອທົ່ວ ນວ ສ່ວນຖັງຂຽວໃນຈຳນວນພັນກວ່າໜ່ວຍທີ່ໄດ້ຮັບນີ້ ມີຂະໜາດ 120 ລິດ ແມ່ນຈະນຳໄປມອບໃຫ້ຄອບຄົວທີ່ນອນໃນ 3 ບ້ານເປົ້າໝາຍຄອບຄົວລະ 2  ໜ່ວຍ ເພື່ອຄັດແຍກຂີ້ເຫຍື້ອ ແລະ ຂີ້ເຫຍື້ອປະເພດຍ່ອຍສະຫຼາຍໄດ້ ຈະຖືກນຳໄປຈັດການທີ່ໂຮງງານເຮັດຝຸ່ນບົ່ມ ເຊີ່ງພາຍຫຼັງເຮັດທົດລອງໃນ 3 ບ້ານເປົ້າໝາຍສຳເລັດແລ້ວ ກໍມີແຜນຈະຂະຫຍາຍການຈັດຕັ້ງປະຕິບັດການເກັບມ້ຽນຂີ້ເຫຍື້ອດັ່ງກ່າວໄປຍັງທຸກບ້ານ ແລະ ໂຮງຮຽນຈຳນວນ 100 ກວ່າແຫ່ງໃນ ນວ ທັງໝົດນີ້ ກໍເພື່ອແນໃສ່ໃຫ້ປະຊາຊົນຫັນມາເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອເພື່ອຮັກສາຄວາມສະອາດ ກໍຄືຮັກສາສິ່ງແວດລ້ອມ ສ້າງໃຫ້ ນວ ເປັນນະຄອນທີ່ສະອາດ ສີຂຽວ ໜ້າຢູ່ ສຳລັບພິທີມອບ-ຮັບ ອຸປະກອນເກັບມ້ຽນຂີ້ເຫຍື້ອດັ່ງກ່າວ ຈະຈັດຂຶ້ນຢ່າງເປັນທາງການໃນໄວໆນີ້.

    ທ່ານ ນາງ ໂຊມິ ຄິມ ຊ່ຽວຊານໂຄງການການຈັດການຂີ້ເຫຍື້ອ ອົງການ GGGI ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດວ່າ:ໂຄງການກໍ່ສ້າງລະບົບຈັດການສິ່ງເສດເຫຼືອແບບບໍ່ລວມສູນ ໄດ້ຮັບທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ເພື່ອຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງການຄຸ້ມຄອງສິ່ງເສດເຫຼືອໃນນະຄອນຫຼວງວຽງຈັນ ເຊິ່ງຈຸດປະສົງຂອງໂຄງການ ແມ່ນເພື່ອປັບປຸງ ແລະ ເພີ່ມການບໍລິການເກັບມ້ຽນຂີ້ເຫຍື້ອໃນເຂດທີ່ລົດເກັບຂີ້ເຫຍື້ອຂະໜາດໃຫຍ່ ເຂົ້າບໍ່ເຖິງ ເພື່ອເພີ່ມການຄັດແຍກຂີ້ເຫຍື້ອຢູ່ແຫຼ່ງກໍາເນີດ ຫຼື ຄົວເຮືອນ ເຊິ່ງໂຄງການນີ້ແມ່ນຈະນໍາໃຊ້ລົດໄຟຟ້າຂະໜາດນ້ອຍຄັ້ງທໍາອິດໃນ ສປປ ລາວ ພ້ອມທັງເປັນການສະໜັບສະໜູນທາງລັດຖະບານລາວໃນການຄຸ້ມຄອງຂີ້ເຫຍື້ອ ເຊິ່ງພວກເຮົາເຊື່ອໝັ້ນວ່າ ໂຄງການນີ້ຈະເປັນໜິຶ່ງໂຄງການທີ່ຈະກ້າວໄປສູ່ການເຕີບໂຕສີຂຽວ.​

error: Content is protected !!