ຮອງປະທານ ສພຊ ເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ

   ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ລົງພົບປະ ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະນຳແຂວງບໍລິຄໍາໄຊ ເພື່ອຕິດຕາມຊີ້ນໍາການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນທ້າຍອາທິດຜ່ານມານີ້ ຕ້ອນຮັບໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີຄະນະປະຈຳພັກແຂວງ ສະພາປະຊາຊົນແຂວງ ເລຂາພັກເມືອງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ກອງແກ້ວ ໄຊສົງຄາມ ໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ການຈັດຕັ້ງເຜີຍແຜ່ຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຊິ່ງການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໄດ້ປະເຊີນໜ້າກັບຫຼາຍຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນບັນຫາການແຜ່ລະບາດຂອງພະຍາດໂຄວິດ -19 ໄດ້ສົ່ງຜົນກະທົບໂດຍກົງ ແລະ ທາງອ້ອມ ເກີດມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປາກົດການຫຍໍ້ທໍ້ ໄພວ່າງງານ ບັນຫາຢາເສບຕິດ ແລະ ອື່ນໆ ແນວໃດກໍຕາມ ກໍໄດ້ມີຄວາມພະຍາຍາມເອົາໃຈໃສ່ຊີ້ນໍາ-ນໍາພາ ແກ້ໄຂບັນຫາໃນດ້ານຕ່າງໆດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການເພຶ່ອເຮັດໃຫ້ເສດຖະກິດຂອງແຂວງສາມາດຟື້ນຕົວໄດ້ ພ້ອມກັນນັ້ນ ກໍໄດ້ສືບຕໍ່ແກ້ໄຂຂອດຂັ້ນຕ່າງໆໃນການສົ່ງເສີມການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ຕິດພັນກັບການຜັນຂະຫຍາຍນະໂຍບາຍຕ່າງໆ ເພຶ່ອຍູ້ແຮງເສດຖະກິດຂອງແຂວງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ປີ 2021 ອັດຕາການເຕີບໂຕເສດຖະກິດພາຍໃນແຂວງ ລວມຍອດຜະລິດຕະພັນພາຍໃນ (GPP) ໄດ້ 6.670 ກວ່າຕື້ກີບ ອັດຕາການຂະຫຍາຍຕົວປະມານ 4,7 % ສະເລ່ຍຕໍ່ຫົວຄົນ 20 ລ້ານກວ່າກີບ ໃນນີ້ ຂະແໜງກະສິກໍາ-ປ່າໄມ້ຂະຫຍາຍຕົວ 12,8 % ກວມ 34 % ຂະແໜງອຸດສະຫະກໍາ-ກໍ່ສ້າງຂະຫຍາຍຕົວ 4,92% ກວມ 44 % ແລະ ຂະແໜງການບໍລິການຫຼຸດລົງ -4,49 % ກວມ 22 %.

    ໂອກາດດັ່ງກ່າວ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ພ້ອມນັ້ນ ທ່ານໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງ ຈົ່ງໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານທີ່ຍັງຄົງຄ້າງ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການລົງທຶນຂອງພາກເອກະຊົນ ການຈັດຫາສ້າງວຽກເຮັດງານທໍາໃຫ້ກັບພໍ່ແມ່ປະຊາຊົນພາຍໃນແຂວງທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ສຶບຕໍ່ເອົາໃຈໃສຕໍ່ກັບວຽກງານ ປກຊ-ປກສ ການພົວພັນຮ່ວມມືກັບຕ່າງປະເທດ ແລະ ອື່ນໆ.

    ຕອນບ່າຍຂອງວັນດຽວກັນ ທ່ານຮອງປະທານສະພາແຫ່ງຊາດພ້ອມຄະນະ ໄດ້ເດີນທາງໄປສໍາຫຼວດເບິ່ງໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ V ລາວ-ໄທ ປາກຊັນ-ບຶງການ ທີ່ບ້ານກ້ວຍອຸດົມ ເມືອງປາກຊັນ ປັດຈຸບັນ ການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງດັ່ງກ່າວມີຄວາມຄືບໜ້າ 25,76 % ຂອງບັນດາໜ້າວຽກທັງໝົດ ແລະ ລື່ນແຜນການ 4,66 % ຈາກນັ້ນ ກໍໄດ້ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານຫາງຊິງສະຫວ່າງ ເພື່ອຢ້ຽມຊົມການປູກຜັກເຮືອນຮົ່ມເປັນສິນຄ້າຂອງປະຊາຊົນ ໂຄງການພັດທະນາບ້ານແບບໃໝ່ແຊມາອຶນອຸນດົງ ສ.ເກົາຫຼີ ປະຈຳ ສປປ ລາວ ທີ່ໄດ້ໃຫ້ທຶນສະໜັບສະໜູນ.

# ຂ່າວ-ພາບ :  ສະພາແຫ່ງຊາດ

error: Content is protected !!