ກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກ ສະໄໝພິເສດ

    ວັນທີ 22 ກຸມພາ 2022 ທີ່ກະຊວງການຕ່າງປະເທດ ກົມເສດຖະກິດ ໃນຖານະກອງເລຂາແຫ່ງຊາດ ຂອງຂອບການຮ່ວມມືແອັກແມັກ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກ ສະໄໝພິ ເສດ ຜ່ານລະບົບທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສແອັກແມັກຂອງ ສປປ ລາວ ໂດຍການ ເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສແອັກແມັກ ແລະ ບັນດາກະຊວງຂະແໜງການກ່ຽວຂ້ອງ ຂອງ ປະເທດສະມາຊິກແອັກແມັກຢ່າງພ້ອມພຽງ.

    ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ  ​ທົບ​ທວນ​ຄືນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກຄັ້ງ​ຜ່ານ​ມາ ໂດຍສະເພາະ ການສ້າງຕັ້ງກອງທຶນພັດທະນາແອັກແມັກ ການຈັດຕັ້ງ ປະຕິບັດແຜນແມ່ບົດແອັກແມັກ ການຮ່ວມມືກັບຄູ່ຮ່ວມພັດທະນາຂອງແອັກແມັກ ແລະ ທິດທາງການຮ່ວມມືໃນຕໍ່ຫນ້າ ຂອງຂອບການຮ່ວມມືແອັກແມັກ ແລະ ເພື່ອກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແອັກແມັກ ແລະ ຄູ່ຮ່ວມພັດທະນາ.  ພ້ອມນີ້ ກອງປະຊຸມໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນແອັກແມັກ ໂດຍສະເພາະ ຄວາມຄືບໜ້າການສ້າງຕັ້ງກອງທຶນພັດທະນາແອັກແມັກ ກໍ່ຄືຄວາມຄືບໜ້າ ຂໍ້ຄົງຄ້າງ ຂໍ້ສະເໜີ ແລະ ແກ້ໄຂ ກ່ຽວກັບກົນໄກການລະດົມທຶນຂອງແອັກແມັກ ແນໃສ່ສົ່ງເສີມການຮ່ວມມືລະຫວ່າງປະເທດສະມາຊິກດ້ວຍກັນ ແລະ ການຊຸກຍູ້ສະໜັບສະໜູນຈາກບັນດາຄູ່ ຮ່ວມພັດທະນາ.

    ກອງປະຊຸມຄັ້ງນີ້ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ບົນພື້ນຖານໄມຕີຈິດມິດຕະພາບ ແລະ ສາມາດບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ໂດຍສະເພາະ ການກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກ ແລະ ຄູ່ຮ່ວມພັດທະນາ ແລະ ການເປັນເຈົ້າພາບກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 10 ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນປີ 2022 ໃນຖານະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ແອັກແມັກ/ ACMECS) ໃນໄລຍະປີ 2021-2022..

..# ຂ່າວ & ພາບ :  ໄຊບັນດິດ

error: Content is protected !!