ແຈລະມ່ອງ ຄາເຟ່ ພ້ອມເປີດໃຫ້ບໍລິການ

    ພິທີເປີດຮ້ານແຈລະມ່ອງ ຄາເຟ່ ໄດ້ຈັດຂຶ້ນວັນທີ 22 ກຸມພາ 2022 ທີ່ປໍ້ານໍ້າມັນພລັສ ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີທ່ານ ທະນົງສິນ ກັນລະຍາ ຮອງປະທານຜູ້ປະຈໍາການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍຜູ້ບໍລິຫານຈາກ ປີໂຕຣເທຣດ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ຮ້ານ ແຈລະມ່ອງ ຄາເຟ່ ສາຂາໂພນພະເນົາ ເປັນສາຂາທໍາອິດ ເຊິ່ງ ແຈລະມ່ອງຄາເຟ່ ມີຕົ້ນກໍາເນີດມາຈາກບ້ານຊົນເຜົ່າຜູ້ໄທ ທີ່ແຂວງສະຫວັນນະເຂດ ໂດຍການນໍາເອົາສັນຍະລັກໂຕສາວຫຼາ ສັດຫາຍາກທີ່ພົບເຫັນໃນບໍລິເວນແຂວງສະຫວັນນະເຂດ ມາປະສົມປະສານກັບການອອກແບບຕົບແຕ່ງພາຍໃນ ທີ່ມີການປະສົມປະສານລະຫວ່າງວັດທະນະທໍາທ້ອງຖິ່ນ ກັບຄວາມທັນສະໄໝຂອງປັດຈຸບັນ ເພື່ອສ້າງໃຫ້ທຸກຄົນໄດ້ສໍາຜັດກັບຄວາມຫຼາກຫຼາຍເມນູກາເຟທີ່ເປັນນິຍົມຂອງຜູ້ຮັກການດື່ມກາເຟ ເຊິ່ງໃຫ້ບໍລິການທຸກມື້ ເລີ່ມແຕ່ເວລາ 6:30-19:30 ໂມງ.

    ໃນອະນາຄົດ ເຈົ້າຂອງຮ້ານມີແຜນຈະຂະຫຍາຍເປີດສາຂາຕື່ມອີກ ເພື່ອຮອງຮັບການເຕີບໃຫຍ່ຂອງລູກຄ້າປໍ້ານໍ້າມັນ ພລັສ ບໍລິສັດໃນອະນາຄົດ ນອກນັ້ນ ຍັງມີແຜນຈະຂະຫຍາຍໄປຕ່າງແຂວງ ໂດຍສະເພາະໃນເຂດຊຸມຊົນ ເຊິ່ງຖືວ່າຈະເປັນອີກຊ່ອງທາງການສ້າງໂອກາດໃຫ້ແກ່ຕໍາແໜ່ງງານ ແລະ ພັດທະນາສີມືແຮງງານແກ່ຄົນຮຸ່ນໃໝ່ ພ້ອມທັງສ້າງຄວາມເຊື່ອໝັ້ນ ແລະ ເຊື່ອຖືໃຫ້ແຈລະມ່ອງຄາເຟ່ ເປັນທີ່ຍອມຮັບຂອງລູກຄ້າທັງພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫຼາຍຂຶ້ນ.

# ຂ່າວ-ພາບ :  ຂັນທະວີ

error: Content is protected !!