ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຜ່ານສື່ມວນຊົນ

    ກອງປະຊຸມຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຜ່ານສື່ມວນຊົນ ຈັດຂຶ້ນວັນທີ 22 ກຸມພາ 2022 ທີ່ກົມສ່ວຍສາອາກອນ ກະຊວງການເງິນ ເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ມີບັນດາຫົວໜ້າ ຮອງຫົວໜ້າກົມ ບັນດາກະຊວງການເງິນ ແລະ ກ່ຽວຂ້ອງ ນອກນັ້ນຍັງມີຫົວໜ້າບັນນາທິການ ຮອງບັນນາທິການ ຜູ້ຕາງໜ້າຈາກສື່ສິງພິມ ແລະ ສື່ໂທລະພາບອ້ອມສູນກາງເຂົ້າຮ່ວມ.

    ທ່ານ ບຸນປອນ ວັນນະຈິດ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນ ເຊິ່ງໄດ້ພ້ອມກັນປຶກສາຫາລືບັນດາວຽກງານໂຄສະນາ-ຂ່າວສານ ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາ ແລະ ຂ່າວສານຂອງຂະແໜງການເງິນ ຕິດພັນກັບວາລະແຫ່ງຊາດຢ່າງມີພາວະວິໄສ ເປັນຕົ້ນ ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານການເງິນປີ 2021 ໂດຍສະເພາະບັນຫາທີ່ຍັງຄົງຄ້າງເຊັ່ນ: ການສ້າງຕາໜ່າງຂ່າວສານການເງິນຢູ່ທ້ອງຖິ່ນ ຕີລາຄາບາງບັນຫາ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຂອງການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດຜ່ານສື່ມວນຊົນຂອງກະຊວງການເງິນ ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ລິເລີ່ມຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນໃຫ້ມີຄວາມຕໍ່ເນື່ອງ ແລະ ກົມກຽວ ໃນທິດທາງດຽວກັນຢ່າງມີຜົນສຳເລັດ ການໂຄສະນາ ແລະ ເຜີຍແຜ່ບັນດາເອກະສານ ນິຕິກຳຂອງແຕ່ລະຂະແໜງ ການທີ່ຕິດພັນກັບວາລະແຫ່ງຊາດ ເປັນຕົ້ນ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18/ນຍ ແລະ ອື່ນໆ ເປັນວຽກທີ່ຂະແໜງການເງິນຕ້ອງໄດ້ຈັດຕັ້ງປະຕິບັດ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ມີຄວາມເປັນເອກະພາບກັນ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!