ຫ້ອງການເມືອງ ວິທະຍາຄານກົມມະດຳ ສະຫຼຸບວຽກງານປີ 2021

    ວັນທີີ 18 ກຸມພາ 2022 ນີ້ ຫ້ອງການເມືອງ ວິທະຍາຄານກົມມະດໍາ ໄດ້ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022  ພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ບົວໄລ ສີລັກສາ  ຫົວໜ້າການທະຫານ  ວິທະຍາຄານກົມມະດຳ  ມີສະຫາຍ ພັນໂທ ບຸນໂຮມ ມິ່ງນະຄອນ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານ ພ້ອມດ້ວຍຄະນະ ມີບັນດາຄະນະຫ້ອງ ພະແນກການ ກອງພັນ ພະນັກງານ-ນັກຮົບເຂົ້າຮ່ວມ.

    ສະຫາຍ ພັນໂທ ບົວໄລ ພັນທະວົງ ຮອງຫ້ອງການເມືອງ ວິທະຍາຄານກົມມະດຳ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາຄືນການເຄື່ອນໄຫວນຳພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕະຫຼອດໄລຍະ 1 ປີຜ່ານມາ ເປັນຕົ້ນໄດ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອ່ຽງທຸ່ນທ່ຽງ ແໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳ ແລະ ມະຕິຄໍາສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ  ຕະຫຼລອດໄລຍະ 1 ປີຜ່ານມາ ກົມກອງໄດ້ຈັດຕັ້ງເອົາພະນັກງານລົງສົມທົບພົວພັນກັບອຳນາດການປົກຄອງທ້ອງຖີ່ນບ້ານແຮກສ່ຽວຢ່າງເປັນປົກກະຕິ ສົມທົບກັບກຳລັງ ປກສ-ປກຊ ຈັດຕັ້ງເຄື່ອນໄຫວເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ-ຄວາມປອດໄພວັນບຸນປະຫວັດສາດຂອງຊາດ ຂອງກອງທັບ ວຽກງານໂຄສະນາອົບຮົມ ສືກສາອົບຮົມການເມືອງນຳພາແນວຄິດໃຫ້ອ້າຍນ້ອງ 44 ຄັ້ງ ສະແດງສີລະປະຮັບໃຊ້ວັນສຳຄັນ 3 ຄັ້ງ ສົ່ງຂ່າວໜັງສືພິມ ວິທະຍຸ ໂທລະພາບ 1005 ຂ່າວ ຮັບ-ຈ່າຍໜັງສືພິມ 5.100 ສະບັບ ອ່ານຂ່າວພາຍໃນ 183 ຂ່າວ ວຽກງານນະໂຍບາຍ: ໄດ້ເຮັດໃບຍ້ອງຍໍຂັ້ນວິທະຍາຄານໃຫ້ບຸກຄົນ 89 ສະຫາຍ ໃບກຽດຕິຄຸນ 30 ໃບ ແລະ ວຽກງານບໍລິຫານ: ນຳພາກົມກອງຖາງປ່າເຂດຮັບຜິດຊອບຈຳນວນ 49 ຄັ້ງ ເຄົາລົບທຸງຂັ້ນວິທະຍາຄານ 3 ຄັ້ງ ຜ່ານເອກະສານອະນຸມັດລາຍເຊັນ 802 ສະບັບ ດ້ານວຽກງານພະລາທິການແມ່ນປະຕີິບັດຄໍາຂວັນ 4 ປູກ 4 ລ້ຽງ ແນໃສ່ຮັບປະກັນທ່າແຮງບົົ່ມຊ້ອນກົມກອ ງເຊັ່ນ: ໄດ້ປູກພຶດຜັກທຸກຊະນິດກີນຫົວ ກີນໝາກ ກີນໃບໄດ້ 1000 ກິໂລ ປູກຕົ້ນໄມ້ກີນໝາກ 41 ຕົ້ນ ປ່ອຍປາໃສ່ໜອງຈຳນວນ 3.000 ໂຕ ເອົາປາເຂົ້າເຮືອນຄົວລວມໄດ້ 1.156 ກິໂລ.

    ໂອກາດດຽວກັນນີ້ ຫົວໜ້າການທະຫານ ວິທະຍາຄານ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຖືເອົາວຽກງານການເມືອງນໍາພາ-ແນວຄິດໃຫ້ພະນັກງານ ນັກຮົບເປັນກົກ ຕິດພັນແໜ້ນກັບວິຊາສະເພາະຂອງກົມກອງບົນພື້ນຖານສ້າງໃຫ້ກົມກອງມີລະບຽບວິໄນເຂັ້ມງວດ ເພື່ອແນໃສ່ປັບປຸງແບບແຜນວິທີເຮັດວຽກຢູ່ບັນດາພະແນກການໃຫ້ດີຂື້ນໄປເລື້ອຍໆ.

# ຂ່າວ-ພາບ:  ລຸນທອງ ສີບຸນເຮືອງ.

error: Content is protected !!