ສຳມະນາກ່ຽວກັບການປັບປຸງກົດໜາຍວ່າດ້ວຍອົງການໄອຍະການທະຫານຢູ່ວິທະຍາຄານກົມມະດຳ.

    ວັນທີ17 ກຸມພາ 2022ນີ້.ອົງການໄອຍະການທະຫານຂັ້ນສູງ ໄດ້ເປີດກອງປະຊຸມສຳມະນາກ່ຽວກັບການປັບປຸງກົດໜາຍ ວ່າດ້ວຍອົງການໄອຍະການທະຫານ,ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ພັນເອກ ສີສົມໃຈ ມະໂນລາ ຮອງຫົວໜ້າກົມກົດໜາຍ.ມີສະຫາຍພັນໂທ ປະດິດ ສີນທຳ ຫົວໜ້າຫ້ອງອົບຮົມ ກໍ່ສ້າງ ວິທະຍາຄານກົມມະດຳ ພ້ອມດ້ວຍຄະນະພັກ ຄະນະບັນຊາຫ້ອງການ.3 ພະແນກການອົງການຢຸຕິທຳ.ພະນັກງານວິຊາການເຂົ້າຮ່ວມ.

    ໃນກອງປະຊຸມ ຄະນະທັງສອງຝ່າຍໄດ້ພ້ອມກັນປືກສາຫາຫລຶ ຄົ້ນຄວ້າແລກປ່ຽນດ້ານຂໍ້ມູນນິຕິກຳຕ່າງເພື່ອສຳມະນາກ່ຽວກັບການປັບປຸງທາງດ້ານກົດໜາຍ.ອົງການໄອຍະການທະຫານ ອີງຕາມກົດໜາຍການສ້າງນິຕິກຳສະບັບເລກທີ 19/ສພຊ ລົງວັນທີ 12 ກໍລະກົດ 2012.ໂດຍປະຕິບັດຕາມມະຕິຂອງສະພາແຫ່ງຊາດກ່ຽວກັບການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໜາຍ 5 ປີ (2021-2025) ແລະ ແຜນການສ້າງປັບປຸງກົດໜາຍ 5 ປີຂອງກະຊວງປ້ອງກັນປະເທດ ທັງຮັບປະກັນໃຫ້ປັບປຸງກົດໜ່ວຍວ່າດ້ວຍອົງການໄອຍະການທະຫານໃຫ້ສຳເລັດຕາມແຜນການ ແລະ ນຳເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດIX.ໃນທ້າຍປີ2022.

    ທັງນີ້ກໍເພື່ອແນໃສ່ຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະການໃຫ້ມີປະສິດທິພາບສູງ ປົກປ້ອງຜົນປະໂຫຍດຂອງກອງທັບ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງນາຍ ພົນທະຫານ ເຮັດໃຫ້ກອງທັບມີຄວາມສະຫົບງ ແລະ ຄວາມເປັນະບຽບຮຽບຮ້ອຍ ເພີ່ມທະວີນິຕິທຳ ສ້າງກອງທັບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງດ້ານກົດໜາຍຂື້ນໄປເລື້ອຍໆ.

#  ຂ່າວ: ວັນນະເລດ ລໍວັນໄຊ.

#  ພາບ: ບຸນເກີດ

error: Content is protected !!