ແມ່ຍິງໜ່ວຍກອງຮ້ອຍປ້ອງກັນ ວິທະຍາຄານກົມມະດຳ ສະຫຼບວຽກງານໄລຍະ 3 ປີ

         ວັນທີ 17 ກຸມພາ 2022 ຜ່ານມານີ້ ໜ່ວຍສະຫະພັນແມ່ຍິງປ້ອງກັນ ວິທະຍາຄານກົມມະດຳ ໄດ້ຈັດຕັ້ງສະຫຼຸບວຽກຮອບດ້ານ 3 ປີຜ່ານມາ ຄັ້ງທີ VII. ໂດຍການເປັນປະທານຂອງສະຫາຍ ຮ້ອຍເອກ ນາງແສງພອນ ວົງສຸກ  ຮອງພະແນກສະຫະພັນແມ່ຍິງ ວິທະຍາຄານ ກົມມະດຳ ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນໂທ ດວງປັນຍາ ວົງຄຳສອນ ຫົວໜ້າການເມືອງ ກອງຮ້ອຍປ້ອງກັນວິທະຍາຄານ ມີບັນດາໜ່ວຍອ້ອມຂ້າງ ແລະເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມ. 

    ສະຫາຍ ພັນຕີ ນາງແພງພອນ ແກ້ວມະນີວົງ ຮອງເລຂາໜ່ວຍສະຫະພັນແມ່ຍິງ ໄດ້ຂຶ້ນຜ່ານບົດສະຫຼຸບຖອດຖອນບົດຮຽນການຊີ້ນຳ-ນໍາພາ ຜ່ານການຈັດຕັ້ງປະຕິບັດວຽກງານແຕ່ປີ (2019 – 2021) ແລະ ວາງທິດແຜນການປີ 2024 ເຊິ່ງໄດ້ຍົກໃຫ້ເຫັນການຊີ້ນຳ-ນຳພາຂອງຄະນະໜ່ວຍດັ່ງກ່າວ ໃນໄລຍະ 3 ປີຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ເອື້ອຍນ້ອງແມ່ຍິງພາຍໃນ ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະ ເຮັດລ້ອນໜ້າທີ່ການເມືອງຕາມການຈັດຕັ້ງມອບໝາຍໃຫ້  ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ໂຄງການເປັນແຜນອັນລະອຽດ ຈາກຜົນງານທີ່ກ່າວມາຂ້າງເທິງນັ້ນ ກົມກອງສາມາດຄັດເລືອກໄດ້ແມ່ຍິງ 3 ດີ 1 ຄັ້ງ ໄດ້ 9 ສະຫາຍ ປະເພດ 2 ມີ 4 ສະຫາຍ  ດ້ານວຽກງານພະລາທິການ ກົມກອງໄດ້ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສ້າງແຫຼ່ງລາຍຮັບເຂົ້າຄັງລວມດ້ວຍການປູກຝັງ – ລ້ຽງສັດ ແລະ ບໍລິການອື່ນໆ ເປັນເງິນທັງໜົດ 5.343.000 ກີບ ຈາກນັ້ນ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ຄັດເລືອກໄດ້ ຮ້ອຍເອກ ນາງ ມຸດທະແສງ ໄຊຍະແສງ ເປັນເລຂາ ພັນຕີ ນາງວີວອນ ວິລະກອນ ເປັນຮອງເລຂາ ແລະ. ຮ້ອຍໂທ ນາງນະພາ ແພງຄຳດີ ເປັນກຳມະການ.

# ຂ່າວ-ພາບ : ລຸນທອງ ສີບຸນເຮືອງ

error: Content is protected !!