ກອງປະຊຸມສະຫຼຸບວຽກງານຊາວໜຸ່ມ-ເຍົາວະຊົນທົ່ວເມືອງໄຊເສດຖາ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຈັດຂຶ້ນວັນທີ 22 ກຸມພາ 2022 ທີ່ສຳນັກງານປົກຄອງເມືອງໄຊເສດຖາ ເປັນປະທານຂອງທ່ານ ໄຊຍະເດດ ທາດາວົງ ເລຂາຄະບໍລິຫານງານຊາວໜຸ່ມເມືອງໄຊເສດຖາ ເປັນກຽດເຂົ້າຮ່ວມຂອງກທ່ານນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ທ່ານ ພຸດທະພອນ ໂຄດປັນຍາ ຮອງເລຂາພັກເມືອງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍເລຂາຊາວໜຸ່ມຮາກຖານບ້ານ ໂຮງຮຽນ ຫ້ອງການ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
ທ່ານ ໄຊຍະເດດ ທາດາວົງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປີຜ່ານມາວ່າ ທົ່ວເມືອງມີຄະນະຊາວໜຸ່ມຮາກຖານ 83 ຮາກຖານ ກອງເຍົາວະຊົນ 29 ກອງ 170 ໝວດ 646 ໝູ່ທີ່ຂຶ້ນກັບຊາວໜຸ່ມເມືອງ ປັດຈຸບັນມີຜູ້ອາຍຸເກນໄວໜຸ່ມ 15-35 ປີ 21.000 ກວ່າຄົນ ກວມເອົາ 32,82% ຂອງພົນລະເມືອງທັງໝົດ ໃນນັ້ນມີສະມາຊິກຊາວໜຸ່ມ 3.000 ກວ່າຄົນ ກວມເອົາ 9,75% ຂອງເກນອາຍຸໜຸ່ມທົ່ວເມືອງ ເກນໄວເຍົາວະຊົນ 8-14 ປີ 10.000 ກວ່າຄົນ ເປັນສະມາຊິກເຍົາວະຊົນ 8.000 ກວ່າຄົນ ໄວອະນຸຊົນ 6-8 ປີ 8.000 ກວ່າຄົນ ເປັນສະມາຊິກອະນຸຊົນ 3.000 ກວ່າຄົນ ໃນປີຜ່ານມາ ໄດ້ລົງຊຸກຍູ່ການສ້າງຕັ້ງໜ່ວຍຊາວໜຸ່ມໃໝ່ 1 ໜ່ວຍ ພ້ອມກັນນັ້ນ ກໍໄດ້ປະກອບສ່ວນພາລະກິດລວມຂອງພັກ-ລັດ ກໍຄືສັງຄົມ ໂດຍສະເພາະການປົກປັກຮັກສາ ແລະ ພັດທະນາເມືອງ ມີຫຼາຍດ້ານທີ່ພົ້ນເດັ່ນເຊັ່ນ ປຸກລະດົມເຄື່ອງອຸປະໂພກ ບໍລິໂພກເພື່ອຊ່ວຍເຫຼືອວຽກງານການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ນຳພາສະມາຊິກຊາວໜຸ່ມເຂົ້າຮ່ວມບໍລິຈາກເລືອດ ປຸກລະດົມອາສາສະໝັກຊາວໜຸ່ມຕະຫຼຸມບອນເຂົ້າເປັນອາສາສະໝັກຊ່ວຍວຽກສັກວັກຊີນຕ້ານໂຄວິດ-19 ໂຄສະນາເຜີຍແຜຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າຮ່ວມຂະບວນປ້ອງກັນເວນຍາມໃນວັນສຳຄັນຕ່າງໆຂອງຊາດ ສູນກັກໂຕ ແລະ ປິ່ນປົວພະຍາດໂຄວິດ-19 ທີ່ຄະນະສະເພາະກິດກຳນົດ ອະນຸມັດໃບຢັ້ງຢືນ 4 ບຸກໃຫ້ 83 ໜ່ວຍຊາວໜຸ່ມ ໃບຢັ້ງຢືນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ແລະ ອື່ນໆ.

ສຳລັບແຜນການໃນຕໍ່ໜ້າ ຈະສືບຕໍ່ລົງຊຸກຍູ້ປັບປຸງການຈັດຕັ້ງຊາວໜຸ່ມ ແລະ ຜູ້ຮັບຜິດຊອບວຽງານເຍົາວະຊົນ ຕັ້ງໜ້າຂະຫຍາຍມະຫາຊົນກ້າວໜ້າເຂົ້າຢູ່ໃນອົງການຈັດຕັ້ງຂອງກອງເຍົາວະຊົນທັນວາ ປຸກລະດົມສະມາຊິກຊາວໜຸ່ມ ເຍົາວະຊົນ ປະກອບສ່ວນເຂົ້າໃນວຽກງານຂະບວນການ ກໍຄືພາລະກິດລວມຂອງພັກລັດ ສຶກສາອົບຮົມໃຫ້ມີຄວາມຕື່ນຕົວເຂົ້າຮ່ວມຂະບວນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໂດຍສະເພາະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ສົ່ງເສີມໃຫ້ສະມາຊິກຊາວໜຸ່ມ ເຍົາວະຊົນເອົາໃຈໃສ່ໃນການສຶກສາຮໍ່າຮຽນຕ່າງໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ