ກະຊວງ ຜທ ເຊື່ອມຊຶມວັນສຳຄັນຂອງຊາດ

    ພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ແລະ ວັນສ້າງຕັ້ງພັກຄອມມູນິດຫວຽດນາມ ຄົບຮອບ 92 ປີ ຈັດຂຶ້ນວັນທີ 22 ກຸມພາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມເປັນປະທານມີທ່ານ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ຜທ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານສະຫະພັນກຳມະບານ ລາວ ມີຄະນະປະຈໍາພັກ ຄະນະບໍລິຫານງານພັກກະຊວງ ເລຂາຮອງເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.

    ທ່ານ ນາງ ຄຳຈັນ ວົງແສນບູນ ກ່າວວ່າ: ເພື່ອທົບທວນ ແລະ ຫວນຄືນເຖິງມູນເຊື້ອປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ກໍຄືໄລຍະການຕໍ່ສູ້ກູ້ຊາດຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າໃນເມື່ອກ່ອນ ແລະ ເພື່ອເປັນການໂຄສະນາສຶກສາອົບຮົມ ເຮັດໃຫ້ສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານ ໄດ້ມີຄວາມຮັບຮູ້ ໃຫ້ເຂົ້າໃຈກ່ຽວກັບມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ທີ່ຕິດພັນກັບມູນເຊື້ອແຕ່ລະໄລຍະການຕໍ່ສູ້ກູ້ຊາດມາເຖິງປັດຈຸບັນ ຂອງຊົນຊັ້ນກຳມະກອນລາວ ແລະ ຜົນງານການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອແນໃສ່ປຸກລະດົມ ແລະ ສ້າງຈິດສໍານຶກໃຫ້ແກ່ສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານໄດ້ຫວນຄືນມູນເຊື້ອອັນອົງອາດກ້າຫານຂອງສະຫະພັນກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານໃນຮຸ່ນກ່ອນ ເປັນການປຸກລະດົມສ້າງຂະບວນການ ໃນການປະຕິບັດໜ້າທີ່ວິຊາສະເພາະ ມີລະບຽບວິໄນໃນການອອກແຮງງານ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ.

    ສຳລັບວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 92 ປີ (03/02/1930) ໃນປີ 1929 ຫວຽນ ອາຍກວັກ ໄດ້ສ້າງຕັ້ງກອມມູນິດອິນດູຈີນຂຶ້ນ ແລະ ຕໍ່ມາ ໄດ້ຮັບການມອບໝາຍຈາກສາກົນກອມມູນິດ ໃຫ້ຈັດຕັ້ງພັກກອມມູນິດຫວຽດນາມຂຶ້ນໃນວັນທີ 03/02/1930 ທີ່ກິວລອງ (ປະເທດຈີນ) ປະເທດຫວຽດນາມ ກ້າວເຂົ້າສູ່ການສ້າງສາລັດທິສັງຄົມນິຍົມ ແຕ່ກໍພົບຄວາມຫຍຸ້ງຍາກຫຼາຍປະການເຊັ່ນ:ຕ້ອງໄດ້ຮັບບາດແຜສົງຄາມທີ່ແກ່ຍາວມາເປັນເວລາ 30 ປີ ສົງຄົມຊາຍແດນຍັງເກີດຂຶ້ນ ບັນດາອິດທິກຳລັງປໍລະປັກ ຍັ ສືບຕໍ່ມ້າງເພທໍາລາຍ ໂດຍສະເພາະດ້ານເສດຖະກິດ ບັນດາປະເທດສັງຄົມນິຍົມອື່ນໆກໍພົບຄວາມຫຍຸ້ງຍາກນາໆປະການ.

#  ຂ່າວ – ພາບ : ຊິລິການດາ

error: Content is protected !!