ການແຜ່ລະບາດພະຍາດໂຄວິດ-19 ມີທ່າອ່ຽງຫຼຸດລົງ ແຕ່ຍັງມີຄົນເສຍຊີວິດໃນແຕ່ລະວັນ

    ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19 ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 22 ກຸມພາ 2022 ທີ່ກະຊວງສາທາລະນະສຸກ ໃນວັນທີ 21 ກຸມພາ 2022 ຜ່ານມາ ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 2.504 ຕົວຢ່າງ ໃນນີ້ ກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 140 ຄົນ ເຊິ່ງເປັນການຕິດເຊື້ອພາຍໃນຈຳນວນ 132 ຄົນ ແລະ ນໍາເຂົ້າ 8 ຄົນ. ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 132 ຄົນ ມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ 34 ຄົນ
  • ແຂວງອັດຕະປື 16 ຄົນ
  • ຫົວພັນ 14 ຄົນ
  • ຊຽງຂວາງ 13 ຄົນ
  • ຜົ້ງສາລີ 10 ຄົນ
  • ໄຊສົມບູນ 9 ຄົນ
  • ວຽງຈັນ 8 ຄົນ
  • ສະຫວັນນະເຂດ ແລະ ໄຊຍະບູລີ ແຂວງລະ 7 ຄົນ
  • ຄຳມ່ວນ ແລະ ເຊກອງ ແຂວງລະ 5 ຄົນ
  • ຫຼວງພະບາງ 2 ຄົນ
  • ອຸດົມໄຊ ແລະ ບໍລິຄຳໄຊ ແຂວງລະ 1 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ 8 ຄົນ ຈາກແຂວງຫົວພັນ 6 ຄົນ ຈຳປາສັກ 1 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 141.441 ຄົນ ອອກໂຮງໝໍວັນທີ 21 ກຸມພາ 2022 ຈຳນວນ 283 ຄົນ ກຳລັງປິ່ນປົວ 2.259 ຄົນ ແລະ ເສຍຊີວິດທັງໝົດ 613 ຄົນ (ເສຍຊິວິດໃໝ່ 1 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 1 ຄົນ ແມ່ນຈາກແຂວງຊຽງຂວາງ.

    ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອພະຍາດໂຄວິດ-19 ໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຜູ້ຕິດເຊື້ອມີທັງໝົດ 426.224.971 ຄົນ (ໃໝ່ 1.475.174 ຄົນ) ເສຍຊິວິດທັງໝົດ 5.908.812 ຄົນ (ໃໝ່ 3.336 ຄົນ) ແລະ ປີ່ນປົວຫາຍດີ 353.007.247 ຄົນ (ໃໝ່ 2.955.330 ຄົນ).

#  ຂ່າວ – ພາບ : ຊິລິການດາ

error: Content is protected !!