Ai-sport ຊຸກຍູ້ເຄື່ອງກິລາ 45 ຊຸດ ແລະ ຖົງມື ໃຫ້ກຸ່ມນັກຂ່າວສາຍກິລາ

     ຮ້ານຂາຍເຄື່ອງກິລາພິມລາຍ ໄອ-ສະປອດ (Ai-sport) ໃຫ້ການສະໜັບສະໜູນເຄື່ອງກິລາ ຈຳນວນ 45 ຊຸດ ພ້ອມກັບຖົງມືຜູ້ຮັກສາປະຕູ ລວມມູນຄ່າ 6 ລ້ານກວ່າກີບ ໃຫ້ແກ່ກຸ່ມນັກຂ່າວສາຍກິລາ ເພື່ອໃຫ້ໄດ້ມີຄວາມສະດວກໃນການເຄື່ອນໄຫວແຂ່ງຂັນກິລາມິດຕະພາບກັບບັນດາພາກສ່ວນຕ່າງໆທີ່ຂຶ້ນກັບພາກລັດ ແລະ ເອກະຊົນ ແນໃສ່ສ້າງໃຫ້ມີສຸຂະພາບແຂງແຮງ ກາຍເປັນກະບອກສຽງສຳຄັນໃນການເຜີຍແຜ່ຂໍ້ມູນຂ່າວສານໃນວົງການກິລາລາວ ເວົ້າລວມ ເວົ້າສະເພາະກໍແມ່ນການແຂ່ງຂັນກິລາບານເຕະ ລາວລີກ 2 ແລະ ລາວລີກ 1 ທີ່ຈະເປີດຂຶ້ນໃນມໍ່ໆນີ້.   

    ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 18 ກຸມພາ ຜ່ານມາ ທີ່ສະໜາມກິລາຫຍ້າທຽມ ມະຫາວິທະຍາແຫ່ງຊາດ ຫຼື ມຊ ຫຼັງໂຮງຮຽນມັດທະຍົມສຶກສາສົມບູນສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນການກ່າວມອບຂອງທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຂາຍເຄື່ອງກິລາພິມລາຍ Ai-sport  ແລະ ຕາງໜ້າຮັບໂດຍທ່ານ ບົວລະພັນ ທັນພິລົມ ອະດີດຫົວໜ້າບັນນາທິການໜັງສືພິມປະຊາຊົນ ທັງເປັນປະທານກິຕິມະສັກ ກຸ່ມສື່ມວນຊົນສາຍກິລາ ມີທ່ານ ສຸກສາຄອນ ສີປະເສີດ ຫົວໜ້າສູນໂຄສະນາຂ່າວສານ ສສກ ຄະນະປະທານກິຕິມະສັກ ແລະ ທ່ານ ພຸດດາມອນ ຈັນທະລາສີ ພິທີກອນຊື່ດັງຈາກໂທລະພາບລາວສະຕາ ຕະຫຼອດຮອດບັນດາສື່ມວນຊົນຈາກພາກສ່ວນຕ່າງໆອ້ອມຂ້າງສູນກາງເຂົ້າຮ່ວມເປັນສັກຂີພິຍານ.

ຫຼັງຈາກພິທີມອບ-ຮັບສຳເລັດລົງແລ້ວ ໃນບັນຍາກາດດັ່ງກ່າວ ກໍໄດ້ມີການແຂ່ງຂັນເຕະບານນັດພິເສດ ມິດຕະພາບ ຜ່ານການແຂ່ງຂັນຜົນປາກົດວ່າທັງສອງພາກສ່ວນບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນໄປແບບສຸດມັນ  7-7 ປະຕູ.

# ຂ່າວ ພາບ : ສົງການ ພັນແພງດີ

error: Content is protected !!