ຜະລິດຕະພັນຢາບໍາລຸງສະຕີ ຕອບໂຈດແມ່ຍິງທີ່ມີລູກຍາກ

    ທ່ານ ນາງ ນິດລະກຸນ ດີພັກເຊີນ ເຈົ້າຂອງຜະລິດຕະພັນຢາບໍາລຸງສະຕີ (TN Women’s care) ໃຫ້ສໍາພາດວ່າ: ຜະລິດຕະພັນຢາບໍາລຸງສະຕີ ເປັນຢາພື້ນເມືອງທີ່ປຸງແຕ່ງ ແລະ ຜະລິດພາຍໃນປະເທດ ໂດຍວັດຖຸດິບທີ່ນໍາມາປຸງແຕ່ງ ປະກອບມີ ສານສະກັດສະໝຸນໄພຈາກທໍາມະຊາດພາຍໃນປະເທດເຮົາ 58% ນໍ້າເຜິ້ງ 3% ນອກນັ້ນ ຍັງມີໂສມຈີນແດງ ແລະ ໂສມຈີນຂາວ 39% ທີ່ນໍາເຂົ້າຈາກ ສປ ຈີນ ເຊິ່ງຂັ້ນຕອນວິທີການປຸງແຕ່ງແມ່ນມີຄວາມສະອາດ ຖືກຫຼັກສຸຂະອະນາໄມ ສາທາລະນະສຸກວາງອອກຢ່າງເຂັ້ມງວດ ຄຸນປະໂຫຍດຂອງຜະລິດຕະພັນຢາຊະນິດນີ້ ດີລົງຂາວ ເຈັບທ້ອງປະຈໍາເດືອນ ເຮັດໃຫ້ມົດລູກຟິດກະຊັບ ປັບຮໍໂມນໃຫ້ສົມດຸນ ຊ່ວຍໃຫ້ມີລູກງ່າຍ ຊ່ວຍໃຫ້ແມ່ລູກອ່ອນມີນໍ້ານົມຫຼາຍຂຶ້ນ ຊ່ວຍຂັບນໍ້າຄາວປາ ເໝາະສໍາລັບຜູ້ຍິງຢູ່ກໍາບໍ່ໄດ້ ແລະ ອື່ນໆ ສ່ວນວິທີການກິນ ແມ່ນກິນຕອນເຊົ້າ 30 ມິນລີລິດ ກ່ອນ ຫຼື ຫຼັງອາຫານກໍ່ໄດ້ ແລະ ຕອນແລງໃຫ້ກິນ 30 ມິນລີລິດກ່ອນນອນ ສໍາລັບຂໍ້ຫ້າມ ແມ່ນແມ່ຍິງຖືພາ ແລະ ເດັກນ້ອຍຕໍ່າກວ່າອາຍຸ 3 ປີ ບໍ່ຄວນກິນ.

    ທ່ານ ນາງ ນິດລະກຸນ ດີພັກເຊີນ ໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ໄດ້ມີການປຸງແຕ່ງຜະລິດຕະພັນຢາບໍາລຸງສະຕີ ຕົນໄດ້ມີການທົດລອງກັບຕົນເອງ ເຊິ່ງຈາກເມື່ອກ່ອນທີ່ຕົນໄດ້ສ້າງຄອບຄົວແລ້ວໄປພົບແພດ ຜົນກວດບອກວ່າຕົນຈະບໍ່ສາມາດມີລູກໄດ້ ແຕ່ພາຍຫຼັງໄດ້ທົດລອງຜະລິດຕະພັນຂອງຕົນເອງພຽງໄລຍະເວລາ 1 ເດືອນ ຕົນສາມາດມີລູກ ຈາກນັ້ນ ໄດ້ນໍາຜະລິດຕະພັນແຈກຢາຍໃຫ້ກັບໝູ່ເພື່ອນ ແລະ ພີ່ນ້ອງເພື່ອທົດລອງ ເຫັນວ່າຜົນໄດ້ຮັບດີບໍ່ເປັນອັນຕະລາຍຕໍ່ສຸຂະພາບ ດັ່ງນັ້ນ ໃນຕົ້ນເດືອນພະຈິກ 2021 ຈຶ່ງໄດ້ຕັດສິນໃຈຜະລິດອອກສູ່ຕະຫຼາດເພື່ອຮັບໃຊ້ໃຫ້ແກ່ສັງຄົມ ພ້ອມທັງສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ເພີ່ມໃຫ້ກຸ່ມຄົນຈໍານວນໜຶ່ງ ປັດຈຸບັນ ມີຕົວແທນຈໍາໜ່າຍ 100 ຄົນໃນຂອບເຂດທົ່ວປະເທດ ພ້ອມນັ້ນ ຍັງມີການສົ່ງຈໍາໜ່າຍທີ່ ສສ ຫວຽດນາມ ໃນອະນາຄົດ ຄາດວ່າຈະຈໍາໜ່າຍໄປຍັງ ສປ ຈີນ ແລະ ລາຊະອານາຈັກໄທຕື່ມອີກ.

    ສໍາລັບຜະລິດຕະພັນຢາບໍາລຸງສະຕີ ໄດ້ມີການອອກແບບຫຸ້ມຫໍ່ທີ່ສວຍງາມ ຮັບປະກັນດ້ານສຸຂະອະນາໄມ ຂະໜາດບັນຈຸ 500 ມິນລີລິດຕໍ່ຕຸກ ສາມາດກິນໄດ້ 15 ມື້ ມີລາຄາຈໍາໜ່າຍຕຸກລະ 70.000 ກີບ ພິເສດຜະລິດຕະພັນຢາດັ່ງກ່າວ ນອກຈາກທີ່ຜູ້ຍິງກິນແລ້ວ ຜູ້ຊາຍກໍສາມາດກິນໄດ້ເຊັ່ນກັນ ສາມາດສັ່ງຊື້ ຫູື ເປັນຕົວແທນຈໍາໜ່າຍຜະລິດຕະພັນດັ່ງກ່າວຢູ່ຮ້ານ ບິວຄິງຕັນ ຮັບສ້ອມແປງ ແລະ ຂາຍອຸປະກອນໄອທີ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຫຼື ຕິດຕາມທີ່ເຟສບຸກ Nittakoun DPS.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!