ມີຫຼາຍບໍລິສັດ ໄດ້ເຂົ້າຈົດທະບຽນຢູ່ຕະຫຼາດຫຼັກຊັບລາວ

     ເມື່ອບໍ່ດົນມານີ້ ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ເຜີຍແຜ່ຂໍ້ມູນຜ່ານທາງສື່ ກ່ຽວກັບການສະຫຼຸບມູນຄ່າການຊື້-ຂາຍຮຸ້ນ ໂດຍແຍກຕາມບໍລິສັດ ແລະ ປະເພດຜູ້ລົງທຶນປະຈຳເດືອນມັງກອນ 2022 ໃນນີ້ 3 ອັນດັບທຳອິດທີ່ມີມູນຄ່າການຊື້-ຂາຍຮຸ້ນຫຼາຍທີ່ສຸດພາຍໃນເດືອນ ປະກອບມີ:ທະນາຄານການຄ້າຕ່າງປະ  ເທດລາວມະຫາຊົນ (BCEL) ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ແລະ ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ (PCD).

    ໃນນີີ້ ຕະຫຼາດຫຼັກຊັບລາວໄດ້ອະທິບາຍລະອຽດກ່ຽວກັບອັດຕາສ່ວນຂອງຮຸ້ນທັງ 3 ບໍລິສັດ ທີ່ມີມູນຄ່າການຊື້-ຂາຍ ເປັນກຣາຟິກ ເພື່ອໃຫ້ຜູ້ອ່ານເຂົ້າໃຈງ່າຍດັ່ງນີ້:

  • ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມູນຄ່າການຊື້-ຂາຍຮຸ້ນ 2.238.565.000 ກີບ ເທົ່າກັບ 66,71%
  • ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ມູນຄ່າການຊື້-ຂາຍຮຸ້ນ 833.376.000 ກີບ ເທົ່າກັບ 24,83%
  • ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ ມູນຄ່າການຊື້-ຂາຍຮຸ້ນ 140.755.500 ກີບ ເທົ່າກັບ 4,91%
  • ສ່ວນຮຸ້ນອື່ນໆ ລວມມູນຄ່າການຊື້-ຂາຍຮຸ້ນ 142.776.800 ກີບ ເທົ່າກັບ 4,27%

    ນອກນັ້ນ ມູນຄ່າການຊື້-ຂາຍຮຸ້ນຫາກແຍກຕາມປະເພດຜູ້ລົງທຶນ ຜູ້ຊື້ ແລະ ຜູ້ຂາຍ ມີລາຍລະອຽດດັ່ງນີ້:

  • ຜູ້ຂາຍ: ຜູ້ລົງທຶນຕ່າງປະເທດປະເພດສະຖາບັນ 3,8%
  • ຜູ້ລົງທຶນຕ່າງປະເທດ ປະເພດບຸກຄົນ 50,2%
  • ຜູ້ລົງທຶນພາຍໃນ ປະເພດສະຖາບັນ 0,2%
  • ຜູ້ລົງທຶນພາຍໃນປະເພດບຸກຄົນ 45,8%
  • ຜູ້ຊື້:ຜູ້ລົງທຶນຕ່າງປະເທດ ປະເພດສະຖາບັນ 2,8%
  • ຜູ້ລົງທຶນຕ່າງປະເທດ ປະເພດບຸກຄົນ 29,4%
  • ຜູ້ລົງທຶນພາຍໃນ ປະເພດສະຖາບັນ 1,9% ແລະ
  • ຜູ້ລົງທຶນພາຍໃນ ປະເພດບຸກຄົນ 65,9%

    ຕລຊລ ໄດ້ສ້າງຕັ້ງຂຶ້ນວັນທີ 10 ຕຸລາ 2010 ໂດຍການເຊັນສັນຍາຮ່ວມທຶນລະຫວ່າງທະນາຄານ ແຫ່ງ ສປປ ລາວ ຖືຮຸ້ນ 51% ແລະ ຕະຫຼາດຫຼັກຊັບ ສ ເກົາຫຼີ 49% ມາຮອດວັນທີ 11 ມັງກອນ 2011 ຕລຊລ ໄດ້ເປີດໃຫ້ບໍລິການຊື້-ຂາຍຮຸ້ນຢ່າງເປັນທາງການ ໂດຍໃນເວລານັ້ນ ມີພຽງສອງບໍລິສັດນໍາໜ້າໄດ້ແກ່ທະນາການການຄ້າຕ່າງປະເທດລາວມະຫາຊົນ ແລະ ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ ວັນທີ 11 ມັງກອນ 2022 ຕລຊລ ມີບໍລິສັດຈົດຖະບຽນທັງໝົດ 11 ບໍລິສັດ ແລະ ມີມູນຄ່າຕະຫຼາດລວມເຖິງ 7.794.152,36 ລ້ານກີບ ເປັນເວລາ 11 ປີ ຕລຊລ ໄດ້ຕັ້ງໜ້າປະກອບສ່ວນຂັບເຄື່ອນເສດຖະກິດແຫ່ງຊາດຢ່າງບໍ່ຢຸດຢັ້ງ ໂດຍສະເພາະການສະໜອງກົນໄກ ແລະ ສິ່ງອຳນວຍຄວາມສະດວກຮອບດ້ານ ເພື່ອຮັບປະກັນໃຫ້ທຸກພາກສ່ວນໃນຕະຫຼາດທຶນໄດ້ຮັບຜົນປະໂຫຍດຢ່າງສູງສຸດ.

# ຂ່າວ-ພາບ : ສົມສະຫວັນ

error: Content is protected !!