ພະອາຈານ ບຸນຍາດ ຄໍາພູ ສືບຕໍ່ມອບເຄື່ອງໃຫ້ປະຊາຊົນບ້ານສະຫວ່າງ

     ວັນທີ 20 ກຸມພາ 2022 ພະອາຈານ ບຸນຍາດ ຄໍາພູ ພະອຸປັດຊາເຂດສີສັດຕະນາກ  ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ພ້ອມດ້ວຍຜູ້ໃຈບຸນ ໄດ້ສືບຕໍ່ນຳເອົາເຄື່ອງບໍລິໂພກເປັນສິ່ງຂອງ ແລະ ເຂົ້າສານ ໄປຊ່ວຍເຫຼືອປະຊາຊົນບ້ານສະຫວ່າງ ເມືອງຈັນທະບູລີ ຈໍານວນ 129 ຄອບຄົວທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດປະຈໍາວັນ ໄລຍະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງເຄື່ອງທີ່ນໍາໄປມອບຄັ້ງນີ້ ໄດ້ຈາກການປະກອບສ່ວນຂອງພະອາຈານ ເບ ວັດບ້ານນາໄຊ ທ່ານ ວິໄລສັກ ນາງ ມະນີພອນ ແລະ ນາງ ແກ້ວ ບ້ານທ່າພະລານໄຊ ທ່ານ ວິໄລສັກ ທຳມະວົງສາ ພ້ອມດ້ວຍຄອບຄົວ.    

# ຂ່າວ-ພາບ : ສົມສະຫວັນ

error: Content is protected !!