ໂອ​ແລມ​ປິກ​ລະ​ດູ​ໜາວ​ ປັກ​ກິ່ງ​ ບໍ່​ພຽງ​ເປັນ​​ມະ​ໂຫລານ​ດ້ານ​ກີ​ລາ​ຫິ​ມະ​ ແລະ​ ນ້ຳ​ກ້ອນ​ ແຕ່​ຍັງ​ເປັນ​ງານ​ວາງ​ສ​ະ​ແດງ​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ ອີກ​ດ້ວຍ

    ການ​ແຂ່ງ​ຂັນກີລາ​ລາຍ​ການ​ຕ່າງໆ​ໃນງານ​ກີ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ ຄັ້ງທີ 24 ທີ່ປັກ​ກິ່ງ ສປ ຈີນ ພວມ​ດຳ​ເນີນ​ໄປ​ຢ່າງຂຸ້ນ​ຂ້ຽວ​ ໃນ​ຖາ​ນະ​ເປັນ​​ມະ​ໂຫລານ​​ດ້ານ​ກີ​ລາ ເຊິ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກມວນຊົນ​ທົ່ວ​ໂລກ ຍ້ອນ​ການ​ຈັດ​ງານ​ແມ່ນ​ໄດ້​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນ​ສູງຫຼາຍ​ຢ່າງ.

    ໃນ​ງານ​ກີ​ລາ​ໂອແ​ລມ​ປິກ​ລະ​ດູ​ໜາວ ​ປັກ​ກິ່ງ ​ຄັ້ງ​ນີ້ ມວນຊົນ​ທັງຫຼາຍ​ສາ​ມາດ​ຮັບ​ຊົມ​​ລີ​ລາ ​ແລະ ຄວາມ​ໄວຂອງ​ກີ​ລາ​ຫິ​ມະ​ ແລະ ​ນ້ຳ​ກ້ອນ​ລາຍ​ການ​ຕ່າງໆໄດ້​ຢ່າງ​ສົມ​ໃຈ ​ຜ່ານ​ການ​ຖ່າຍ​ທອດ​ສົດ ລວມທັງ​ຄວາມ​ກະ​ຕື​ລື​ລົ້ນ ​ແລະ ​ມິດ​ຕະ​ພາບ ​ລະ​ຫວ່າງ​ນັກ​ກີ​ລາດ້ວຍກັນ ນອກ​​ນີ້​ ງານດັ່ງກ່າວ​ຍັງ​ໄດ້​​ນຳໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິ​ກ​ຂັ້ນ​ສູງ ​ແລະ​ ໃໝ່ຫຼາຍ​ຢ່າງ ໂດຍ​​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ການຈັດ​ງານ​ໂອ​ແລມ​ປິກຕາມ​ທິດສີ​ຂຽວ ແລະ ກາກບອນ​ຕ່ຳ ໃນ​ຂະ​ນະ​ທີ່​ຈັດ​ງານ​ໂອ​ແລມ​ປິກ​ລະ​ດູ​ໜາວ​ໃຫ້​ດີ ຍັງ​​ເຮັດ​ໃຫ້​ງານ​ກີ​ລາ​ໂອ​ແລ​ມ​ປິກ​ຄັ້ງ​ນີ້ກາຍ​ເປັນ​​ງານ​ວາງ​ສະ​ແດງ​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິ​ກ​​ຂັ້ນສູງ ​ແລະ ​ໃໝ່​ອີກ​ດ້ວຍ.

    ທວນ​ໄຟ​​​ສຳ​ລັບງານ​ກີ​ລາ​ໂອແ​ລມ​ປິກ​ລະ​ດູ​ໜາວ ​ປັກ​ກິ່ງ ເປັນ​ທວນ​ໄຟ​ທີ່ໃຊ້​ເຊື້ອ​ໄຟ​ຮີ​ໂດ​ຣ​ແຊນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງງານ​ກີ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ຈີນ ​ໄດ້​ຊ່ວຍ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການນຳ​ໃຊ້​​ເຊື້ອ​ໄຟ​ຮີ​ໂດ​ຣ​ແຊນ ເຊັ່ນ: ບໍ່ໃ​ຫ້​ມັນ​ລະ​ເບີດ ຮົ່ວ​ໄຫຼ ແລະ ຄວບ​ຄຸມ​ຍາກ ເຊິ່ງ​ໄດ້​ບັນ​ລຸ​​ເປົ້າ​ໝາຍ​ການ​ນຳ​ໃຊ້​ທວນ​ໄຟທີ່​​ລະ​ບາຍ​ກາກບອນ​ດິ​ອັອກ​ຊິດເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ງານ​ກີ​ລາ​ໂອແ​ລມ​ປິກ​ລະ​ດູ​ໜາວ.

    ບໍ່​ວ່າຈະ​ຢູ່​ສະ​ໜາມ​ແຂ່ງ​ຂັນ ຫຼື ​ເຮືອນ​ພັກ​ນັກ​ກີລາ​​ ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ​ຈະ​ປາ​ກົດ​ໃຫ້ເຫັນ​ຢູ່​ເລື້ອຍໆ ພວກ​ມັນ​ໄດ້​ແລ່ນ​ໄປ​-ມາ​ຢູ່​​ຫົນ​ທາງ​ທຸກ​ສາຍ ອະ​ນາ​ໄມ​ຄວາມ​ສະ​ອາດ ​ຂ້າ​ເຊື້ອ ປຸງ​ແຕ່ງ​ອາ​ຫານ ​ສົ່ງ​ອາ​ຫານ ແລະ ອື່ນໆ ໃນ​ຫ້ອງ​ອາ​ຫານ​​ສຳ​ລັບ​ນັກ​ກີ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ມີ​ລະ​ບົບ​ບໍ​ລິ​ການ​ສັ່ງ​ອາ​ຫານ​ແບບ​ອັດ​ຕະ​ໂນ​ມັດ​ຕະຫຼອດ 24 ຊົ່ວ​ໂມງ ອຸ​ປະ​ກອນ​ປຸງ​ແຕ່ງ​ອາ​ຫານ​ແບບ​ອັດ​ຕະ​ໂນ​ມັດ​ ສາ​ມາດ​ປຸງ​ແຕ່ງ​ອາ​ຫານ​ໄດ້ 10 ກວ່າ​ຊະ​ນິດ ເຊັ່ນ: ​ແຮ​ມ​ເບີ​ເກີ ຂະ​ໜົມ​ກ້ຽວ ຂົ້ວ​ຜັກ ສ່ວນ​ອາ​ຫານ​ທີ່​ປຸງ​ແຕ່ງ​ຮຽບ​ຮ້ອຍ​ແລ້ວ ຈະ​ຜ່ານ​ຈາກ “ລະ​ບົບ​ຂົນ​ສົ່ງ​ເທິງ​ເພ​ດານ” ສົ່ງ​ໄປ​ເຖິງ​ໜ້າ​ໂຕະ​ຂອງ​ຜູ້​ສັ່ງ​ອາ​ຫານ ນອກນີ້ ຫຸ່ນ​ຍົນ​​ຍັງ​ສາ​ມາດ​ປຸງ​ແຕ່ງ​ເຫຼົ້າ​ຄັອກ​ເທວ​ ເຮັດ​ໃຫ້ໄດ້ຮັບຄວາມສົນໃຈຈາກບັນດາ​ນັກ​ກີລາ ​ເຊິ່ງທ້າວ​ ວິນ​ລຽມ ດາວກ​ລາ​ສ ຊາວ​ເນັດ​ອັງ​ກິດ ​ກ່າວ​ວ່າ: ຫຸ່ນ​ຍົນ​ໂຕ​ນີ້ ​ມັນ​ທັງ​ໜ້າ​ຮັກ​ ທັງ​ສະຫຼາດ ໂດຍ​ສະ​ເພາະ​ໃນ​ຍາມເຮັດເຫຼົ້າ​ຄອກ​ເທວ.

    ສະ​ໜາມ​​ແຂ່ງ​ຂັນ​​ກີ​ລາຂອງ​ງານ​ກີລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ ປັກ​ກິ່ງ ​ໄດ້​​ນຳໃຊ້​ວິ​ທະ​ຍາ​ສາດ​ຂັ້ນສູງ​ ແລະ​ ໃໝ່ຫຼາຍ​ຢ່າງ​ ​ເຊັ່ນ: ເຕັກ​ນິກ​ເຮັດນ້ຳ​ກ້ອນ​ດ້ວຍ​ກາກບອນ​ດິ​ອັອກ​ຊິດ​ໂດຍ​ກົງ​​ ຢູ່ສະ​ໜາມ​ແຂ່ງ​ຂັນ​ກີ​ລາ​ສະ​ເກັດ​ຄວາມ​ໄວ​​ແຫ່ງ​ຊາດຈີນ ໂດຍໃຊ້​ວິ​ທີ​ການ​ວາງ​ເຫຼັກ​ສະ​ແຕນ​ເລດ​ຢູ່​ໃຕ້​ພື້ນ​ນ້ຳ​ກ້ອນ ເຮັດ​ໃຫ້​ອຸນ​ຫະ​ພູມ​ຂອງ​ໜ້າ​ນ້ຳ​ກ້ອນ​ບໍ່​ຫຼຸດ-​ລື່ນ 0,5 ອົງ​ສາ ເຊິ່ງ​ໄດ້​ກາຍ​ເປັນນ້ຳ​ກ້ອນ​ທີ່​ສົມ​ບູນ​ທີ່​ສຸດ ແລະ ສະ​ໝ່ຳ​ສະ​ເໝີ​ທີ່​ສຸດ ​ສະ​ໜາມ​ກີລາລອຍ​ນ້ຳ “​ຮູບ​ຈະ​ຕຸ​ລັດ” ​ຖືກ​ດັດ​ແປງ​ໃຫ້​ເປັນສະ​ໜາມ​ກີ​ລາ “ນ້ຳ​ກ້ອນ​ຈະ​ຕຸ​ລັດ” ເຮັດ​ໃຫ້​ສະ​ໜາມ​ກີລາ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນ ​ກາຍ​ເປັນ​ສະ​ໜາມກີ​ລາ​ນ້ຳ​ກ້ອນ​ແຫ່ງ​ຊາດ​ຈີນ ແລະ ​ຍັງ​ສາ​ມາດ​ດັດ​ແປງ​ໃຫ້​​ເປັນ​ສະ​ໜາມ​ກີ​ລາ​ລອຍ​ນ້ຳ​ຄືນ​ໃໝ່​ໄດ້​ອີກ ​ດ້ວຍ​ການ​ນຳ​ໃຊ້​ເຕັກ​ນິກ​ຂັ້ນ​ສູງ ​ແລະ ​ໃໝ່ ເຊິ່ງ​​ແມ່ນແບບ​ຢ່າງ​​ທີ່​ດີ​ເດັ່ນ​​ຂອງ​ຈີນ ​ໃນການ​ນຳ​ໃຊ້​ສະ​ໜາມ​ກີ​ລາ​ໂອແ​ລມ​ປິກແບບ​ຍືນ​ຍົງ “ລານ​ສະ​ກີ​ໂດດ​ທີ່​ສວນ​ໂສ​ກ່າງ” ທີ່​ສ້າງ​ຂຶ້ນ​ຢູ່ໂຮງ​​ງານຜະ​ລິດ​ເຫຼັກ ​ແລະ​ ເຫຼັກ​ກ້າ​​ຮ້າງ ໂສ​ກ່າງ​ ໃນ​ນະ​ຄອນຫຼວງ​ປັກ​ກິ່ງ ໄດ້​ນຳ​ໃຊ້​ເຫຼັກ​ກ້າ​ແບບ​ໃໝ່​ທີ່​ທົນ​ຕໍ່​ຄວາມ​ໜາວ ແລະ ​ການ​​ກັດ​ເຊາະ​ຈາກ​ສານ​ລະ​ລາຍ​ຫິ​ມະ​ໄດ້​ເປັນ​ຢ່າງ​ດີ ​ທີ່​​ຖືກຄົ້ນ​ຄວ້າ​ຜະ​ລິດ​ອອກ​ມາ​ໃໝ່ ທັງ​ມີ​ຄວາມ​ປອດ​ໄພ ທັງ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ “ໜັງ​ສື​ພິມ​​ເວ​ທີ​ປຶກ​ສາ​ຫາ​ລືຊີ​ກາ​ໂກ” ຂອງ​ ສ ອາ​ເມ​ຣິ​ກາ​ ສະ​ບັບ​ວັນ​ທີ 7 ກຸມ​ພາ 2022 ​ໄດ້​ລົງ​ພິມ​ບົດ​ຄວາມ​ວ່າ: “ຢູ່ນະ​ຄອນຫຼວງ​ປັກ​ກິ່ງ ໂຮງ​​ງານຜະ​ລິດ​ເຫຼັກ​ກ້າ​ຮ້າງ​ແຫ່ງ​ໜຶ່ງ​ ໄດ້​​ນຳໃຊ້ “ທໍ່​ຄວັນ​ຮ້າງ​ໄດ້​ຢ່າງ​ອັດ​ສະ​ຈັນ” ສົ່ງ​ນັກ​ກີ​ລາ​ສະ​ກີ​ ສະ​ແດງ​ລີ​ລາ​ຢູ່​ກາງ​ເວ​ຫາ ເພື່ອ​ສະ​ທ້ອນໃຫ້​ເຫັນ​​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​​ລານ​ສະ​ກີ​ໂດດ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​​ຢູ່​ສວນ​ໂສ​ກ່າງ.

    ນອກ​​ນີ້​ ການ​ນຳ​ໃຊ້​ເຕັກ​ນິກ​ຂັ້ນ​ສູງ ​ແລະ ​ໃໝ່ຫຼາຍ​ຢ່າງ​ ໃນ​ການ​ຊຳ​ລະ​ຂີ້​ເຫຍື້ອ ​ແລະ ​ນ້ຳ​ເປື້ອນ​ໃນ​ງານ​ກີ​ລາ​ໂອແ​ລມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້ ຍັງ​ມີ​ເຕັກ​ນິກ​​ທີ່​ນຳໃຊ້​ພະ​ລັງ​ງານ​ສີ​ຂຽວ ແລະ ​ພາ​ຫະ​ນະ​ດ້ານ​ຄົມ​ມະ​ນາ​ຄົມ​​ທີ່​ປ່ອຍກາກບອນ​ຕ່ຳ​ ​ເຮັດ​ໃຫ້​ງານ​ກີ​ລາ​ໂອແ​ລມ​ປິກຄັ້ງນີ້ ​ເປັນ​ງານ​ກີ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່ “ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ​ທີ່​ສຸດ” ໃນ​ປະ​ຫວັດ​ສາດ​ງາ​ນ​ກີ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ​ງານ​ມະ​ໂຫລານ​ດ້ານ​ກີ​ລາ​ຄັ້ງ​ນີ້ ​ເປັນ​ການໂຮມ​ສູນ​ວາງ​ສະ​ແດງ​ ແລະ ​​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນສູງ ​ແລະ​ ໃໝ່​ຂອງ​ຈີນ ​ສະ​ ຈິ່ງ​ຖື​ໄດ້​ວ່າ​ເປັນ “ງານ​ວາ​ງສະ​ແດງດ້ານວິ​ທະ​ຍ​າ​ສາດ​ເຕັກ​ນິກ” ທີ່​ແທ້​ຈິງ​ຄັ້ງ​ໜຶ່ງ.

# ສະບາໄພ

error: Content is protected !!