ຍທຂ ນວ ສະເໜີຫຼາຍບັນຫາຕໍ່ ສສຊ ແລະ ສສ ນວ ເພື່ອແກ້ໄຂໃນຕໍ່ໜ້າ

    ສະມາຊິກສະພາແຫ່ງຊາດ (ສສຊ) ສະມະຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ລົງພົບປະຜູ້ມີສິດເລືອກຕັ້ງຢູ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ວັນທີ 14 ກຸມພາ 2022 ນຳໂດຍທ່ານ ລິນຄຳ ດວງສະຫວັນ ສສຊ ຊຸດທີ 9 ປະຈຳເຂດເລືອກຕັ້ງທີ 1 ນວ ປະທານກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ທ່ານນາງ ວິໄຊ ສຣິດທິຣາດ ສສຊ ຊຸດທີ 9 ປະຈຳເຂດເລືອກຕັ້ງທີ 1 ນວ ຮອງປະທານອົງການກວດສອບແຫ່ງລັດປະຈຳພາກກາງ ຕ້ອນຮັບໂດຍທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ພ້ອມຮອງພະນະແນກ ພະນັກງານ-ລັດຖະກອນອ້ອມຂ້າງພະແນກເຂົ້າຮ່ວມ. 

    ໃນພິທີທ່ານ ສຸລິວັນ ພົມມະຫາໄຊ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຍທຂ ນວ ໄລຍະຜ່ານມາ ແລະ ແຜນການຕໍ່ໜ້າ ເຊັ່ນ ວຽກງານການຄຸ້ມຄອງຜັງເມືອງ ວຽກງານຂົວທາງ ວຽກງານຂົນສົ່ງ ການຄຸ້ມຄອງຍານພາຫະນະ ແລະ ການຂັບຂີ່ ວຽກງານທາງນໍ້າ ລັດວິສາຫະກິດລົດເມ ນວ ລັດວິສາຫະກິດຂົນສົ່ງທາງບົກ-ທາງນໍ້າ ແລະ ອື່ນໆ ຫຼັງຈາກນັ້ນ ສສຊ ແລະ ສສນວ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເປັນຕົ້ນບັນດາຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລຶກ ຫາກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສສຊ ຊຸດທີ IX ແລະ ຂໍ້ມູນສຳຄັນທີ່ໄດ້ກຳນົດໃນມະຕິຕ່າງໆທີ່ຮັບຮອງເອົາໃນກອງປະຊຸມ ສສນວ ຊຸດທີ II ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກ ຫາກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສສນວ ຊຸດທີ II. ພາຍຫຼັງຮັບຟັງການເຜີຍແຜ່ຂອງ ສສຊ ແລະ ສສນວ ແລ້ວ ຜູ້ເຂົ້າຮ່ວມກໍໄດ້ສະເໜີຫຼາຍບັນຫາຕໍ່ ສສຊ ແລະ ສສນວ ເຊັ່ນ ການຈັດຕັ້ງປະຕິບັດວຽກງານການເສຍຄ່າທາງ ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງ ການທົດແທນຄ່າເສຍຫາຍ ການຈັດສັນຍົກຍ້າຍຜູ້ທີ່ຖືກຜົນກະທົບຈາກໂຄງການ ການສຳປະທານໂຄງການຕ່າງໆບາງໂຄງການບໍ່ມີຄວາມຄືບໜ້າ ການພິຈາລະນາຄຳສະເໜີໂຄງການລົງທຶນຂອງລັດ ໃນການພັດທະນາວຽກງານຂົວທາງ ແລະ ບັນຫາອື່ນໆທີ່ຕິດພັນກັບວຽກງານ ຍທຂ ນວ.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!