ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II

    ວັນທີ 11 ກຸມພາ 2022 ຜ່ານມາ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທືອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງຫົງສາ ໃນ 5 ຈຸດ ຄື: ບ້ານກິ່ວສາລາ ຫ້ວຍໃຍ ແກ້ງແອນ ນ້ຳສິບ ແລະ ບ້ານກິ່ວມ່ວງ ເຊິ່ງໄດ້ແບ່ງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ ລົງເຜີຍແຜ່ໃນແຕ່ລະຈຸດ ແລະ ຮັບຟັງຂໍ້ສະເໜີຕ່າງໆຈາກອົງການປົກຄອງບ້ານ ກໍຄືພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ.

    ສຳລັບການເຜີຍແຜ່ຢູ່ສຳນັກງານ ອົງການອ້ອມຂ້າງເມືອງ ໄດ້ຈັດຢູ່ສະໂມສອນຂອງເມືອງ ມີບັນດາທ່ານຄະນະນໍາຂອງເມືອງ ນາຍ ແລະ ພົນທະຫານ ນາຍ ແລະ ພົນຕໍາຫຼວດ ພະນັກງານ-ລັດຖະກອນ ນາຍບ້ານເທສະບານເມືອງເຂົ້າຮ່ວມຮັບຟັງ ເຊິ່ງການເຄື່ອນໄຫວຄັ້ງນີ້ ນໍາໂດຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ສົມທົບກັບປະທານສະພາປະຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ.

​    ໂອກາດນີ້ ທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ກໍ່ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບສະພາບທີ່ຕັ້ງ ແລະ ຈຸດພິເສດຂອງເມືອງ ດ້ານການເມືອງແນວຄິດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການພັດທະນາເສດຖະກິດ ວັດທະນະທໍາ-ສັງຄົມ ວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ດ້ານຂໍ້ຄົງຄ້າງ ວຽກງານຈຸດສຸມໃນຕໍ່ໜ້າ ຈາກນັ້ນ ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້​ຜັດ​ປ່ຽນ​ກັນເຜີຍແຜ່ຜົນສຳເລັດຂອງກອງປະຊຸມ​ສະ​ໄໝ​ສາ​ມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍ​ໄດ້​ຍົກ​ໃຫ້​ເຫັນບາງ​​ເນື້ອ​ໃນສຳຄັນ ​ເຊັ່ນ: ການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 9 ເດືອນ ຄາດຄະເນໝົດປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020 ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ ຄາດຄະເນປະຕິບັດໝົດປີ 2021 ແລະ ທິດທາງແຜນງົບປະມານແຫ່ງລັດ ປີ 2022 ຮັບຮອງເອົາຜົນການກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ແລະ ຜົນການກວດສອບປະຈຳປີ 2020 ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ຂອງອົງການກວດສອບແຫ່ງລັດ ຮັບຮອງເອົາບົດລາຍງານຜົນການກວດກາຕາມຜົນການກວດສອບ ປະຈຳປີ 2019 ບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການປະຈໍາປີ 2022  ຂອງອົງການກວດກາແຫ່ງລັດ   ຮັບຮອງເອົາຍຸດທະສາດການພັດທະນາພະລັງງານໄຟຟ້າຂອງ ສປປ ລາວ ປີ 2021-2030; ຮັບຮອງເອົາວິໄສທັດການພັດທະນາເສດຖະກິດດິຈີຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040) ຍຸດທະສາດການພັດທະນາເສດຖະກິດດິຈີຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈີຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ຮັບຮອງເອົາບົດລາຍງານການເຄື່ຶອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ຂອງສານປະຊາຊົນສູງສຸດ ຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ອົງການໄອຍະການປະຊາຊົນສູງສຸດ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ຂອງສະພາແຫ່ງຊາດ; ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຈໍານວນ 11 ສະບັບ ນອກນີ້ ຍັງ​ໄດ້ນຳ​ເອົາມະຕິ​ກອງປະຊຸມປະຈໍາປີ 2021 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ເປັນຕົ້ນແມ່ນແຜນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງແຂວງໄຊຍະບູລີ ມາ​ເຜີຍ​ແຜ່​ເຊື່ອມ​ຊືມ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໄດ້​ຮັບ​ຮູ້ ທັ້ງ​ນີ້ກໍ​ເພື່ອ​ເປັນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ແລະ ໂຄ​ສະ​ນາ​ເຜີຍ​ແຜ່ບັນດາເນື້ອໃນບັນຫາສໍໍາຄັນຕ່າງໆທີ່່ລັດຖະບານສະເໜີຕໍ່ກອງະຊຸມສະພາແຫ່ງຊາດພິຈາລະນາ ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ-ລັດ​ຖະ​ກອນ ທະ​​ຫານ ຕຳຫຼວດ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ຮັບ​ຮູ້​ທົ່ວ​ເຖີງກັນ.

    ໂອກາດທີ່ສະມາຊິກສະພາແຫ່ງຊາດ ແລະ  ສະມາຊິກສະພາປະຊາຊົນແຂວງລົງມາເຄື່ອນໄຫວຄັ້ງນີ້ ໄດ້ມອບຄອມພິວເຕີຕັ້ງໂຕະໃຫ້ເມືອງຫົງສາ 1 ຊຸດ ແລະ ເງິນສົດຈຳນວນ 10,5 ລ້ານກີບ ເພື່ອຊື້ປູນຊີເມັນໃຫ້ແກ່ບ້ານກີ່ວສາລາໃນການເທພື້ນສະໂມສອນຂອງບ້ານດັ່ງກ່າວ. 

error: Content is protected !!