ໜ່ວຍພັກແຜນການ ແລະ ການລົງທຶນເມືອງຫົງສາ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

    ວັນທີ 10 ກຸມພາ 2022 ໜ່ວຍພັກ ແຜນການ ແລະ ການລົງທຶນ ເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບການກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ຢູ່ຫ້ອງປະຊຸມຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໂດຍເປັນປະທານຂອງສະຫາຍ ບຸນທະວີ ສີປະເສີດ ເລຂາໜ່ວຍພັກ ແຜນການ ແລະ ການລົງທຶນເມືອງ ມີສະຫາຍ ສົມສີ ພົມມະຈັນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າກວດກາລັດເມືອງ ພ້ອມທິມງານກໍ່ສ້າງຮາກຖານຂອງເມືອງ ຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

    ກອງປະຊຸມ ສະຫາຍ ບຸນທະວີ ສີປະເສີດ ຂຶ້ນຜ່ານບົດສະຫຼຸບການກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄລຍະ 1 ປີ ຜ່ານມາ ເຊິ່ງໜ່ວຍພັກແຜນການ  ແລະ ການລົງທຶນເມືອງ  ເປັນໜ່ວຍພັກຮາກຖານສຳນັກງານ ເຮັດໜ້າທີ່ເປັນເສນາທິການໂດຍກົງໃຫ້ແກ່ອົງຄະນະພັກເມືອງ ປະກອບມີ ຄະນະໜ່ວຍພັກ 2 ສະຫາຍ ມີສະມາຊິກພັກທັງໝົດ 7 ສະຫາຍ ຍິງ 3 ສະຫາຍ ມີພະນັກງານ-ລັດຖະກອນ ທັງໝົດ 7 ທ່ານ ຍິງ 3 ທ່ານ ແລະ ເຄື່ອນໄຫວນໍາພາ-ຊີ້ນໍາ ກວມເອົາ 1 ຫ້ອງການ ຄືຫ້ອງການແຜນການ ແລະ ການລົງທຶນເມືອງ ປະກອບມີ 3 ໜ່ວຍງານ ປີຜ່ານມາ ຄະນະພັກ ສະມາຊິກພັກໄດ້ເອົາໃຈໃສ່ຄົ້ນຄ້ວາເຊື່ອມຊຶມ ມະຕິ ຄຳ​ສັ່ງ ກົດລະບຽບຂອງ​ພັກ ສະໄໝທີ XI ກົດໝາຍ ​ແລະ ລະບຽບການ​ຕ່າງໆຂອງ​ລັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງແຂວງ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງເມືອງ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ບັນດາມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ມາ​ເຜີຍ​ແຜ່ເຊື່ອມ​ຊຶມ​ໃຫ້​ສະ​ມາ​ຊິກ​ພັກ-ພະນັກງານໃນຄວາມຮັບຜິດຊອບ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ສະແດງອອກໃນການກວດກາປະເມີນຜົນກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕີລາຄາການນໍາພາຂອງໜ່ວຍພັກ ຕາມ 5 ດ້ານ ໄດ້ປະເພດແຂງ ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມຈັດພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ພ້ອມຈັບມືກັນຜ່ານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.

error: Content is protected !!