ເຝິກອົບຮົມວຽກງານການຄຸ້ມຄອງ ແລະ ນໍາໃຊ້ລະບົບ TaxRIS

    ພິທີເປີດການເຝິກອົບຮົມກ່ຽວກັບວຽກງານການຄຸ້ມຄອງ ແລະ ນໍາໃຊ້ລະບົບ TaxRIS ໃຫ້ແກ່ພະນັກງານສ່ວຍສາອາກອນຂັ້ນພະນັກງານນໍາພາຄຸ້ມຄອງ ແລະ ຂັ້ນພະແນກອ້ອມຂ້າງກົມ ໄດ້ໄຂຂຶ້ນວັນທີ 14 ກຸມພາ 2022 ທີ່ກົມດັ່ງກ່າວ ເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ມີຄະນະກົມ ຫົວໜ້າ ຮອງຫົວໜ້າພະແນກອ້ອມຂ້າງກົມສ່ວຍສາອາກອນ ແລະ ສໍາມະນາກອນເຂົ້າຮ່ວມ. 

    ການເຝິກອົບຮົມດັ່ງກ່າວ ໄດ້ແບ່ງອອກເປັນ 2 ຊຸດຄື: ຊຸດທີ 1 ແມ່ນເຝິກອົບຮົມໃຫ້ແກ່ຄະນະນຳຂອງກົມສ່ວຍສາອາກອນ ແລະ ຄະນະນຳຂອງພະແນກການອ້ອມຂ້າງກົມ ສ່ວນຊຸດທີ 2 ແມ່ນຈະໄດ້ເຝິກໃຫ້ວິຊາການທີ່ສັງກັດຢູ່ກົມສ່ວຍສາອາກອນ ເຊິ່ງພະນັກງານສ່ວຍສາອາກອນທັງໝົດຢູ່ກົມດັ່ງກ່າວ ຕ້ອງໄດ້ຜ່ານຫຼັກສູດການເຝິກອົບຮົມໃນຄັ້ງນີ້ຢ່າງທົ່ວເຖິງ ພາຍຫຼັງເຝິກອົບຮົມສຳເລັດ ຈະໄດ້ມີການປະເມີນຄືນເພື່ອຢັ້ງຢືນເຖິງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງຜູ້ເຂົ້າເຝິກອົບຮົມ ແລະ ອອກໃບຢັ້ງຢືນໃຫ້ ສໍາລັບຜູ້ທີ່ປະເມີນໄດ້ຜ່ານຕາມຄາດໝາຍທີ່ໄດ້ວາງໄວ້ ເມື່ອສຳເລັດການເຝິກອົບຮົມຢູ່ຂັ້ນກົມແລ້ວ ຈະໄດ້ມີການຜັນຂະຫຍາຍໄປສູ່ທ້ອງຖິ່ນນະຄອນຫຼວງ ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ ເພື່ອສ້າງໃຫ້ພະນັກງານສ່ວຍສາອາກອນທຸກຄົນຮັບຮູ້ ເຂົ້າໃຈ ສາມາດແນະນຳ ແລະ ນຳໃຊ້ລະບົບ TaxRIS ໄດ້ຢ່າງຄ່ອງຕົວ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!