ບໍລິສັດເທີນ-ຫີນບູນ ພາວເວີ້ ຈໍາກັດ ໄດ້ຮັບການປະດັບຫຼຽນໄຊພັດທະນາ

    ພິທີປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ບໍລິສັດ ເທີນ-ຫີນບູນ ພາວເວີ້ ຈຳກັດ ຈັດຂຶ້ນວັນທີ 10 ກຸມພາ 2022 ຢູ່ທີ່ສຳນັກງານປົກຄອງເມືອງຄູນຄຳ ແຂວງຄຳມ່ວນ ໂດຍການປະດັບຂອງທ່ານ ວົງເພັດ ຈິດປັນຍາ ຮອງເລາພັກແຂວງຄຳມ່ວນ ແລະ ຕາງໜ້າໃຫ້ບໍລິສັດຂື້ນຮັບໂດຍທ່ານ ໂຣເບີດ ອາເລັນ ເຈອາຣ໌ ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ້ ຈຳກັດ ມີເຈົ້າເມືອງຄູນຄຳ ພ້ອມຄະນະ ແລະ ທ່ານຮອງຜູ້ອຳນວຍການໃຫຍ່ບໍລິສັດ ພ້ອມທີມງານເຂົ້າຮ່ວມເປັນສັກຂີພິຍານ. 

    ການມອບຫຼຽນໄຊພັດທະນາດັ່ງກ່າວ ເພື່ອສະແດງເຖິງຜົນງານການປະກອບສ່ວນທືນຮອນຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເຂົ້າໃນການກໍ່ສ້າງຂົວຄູນຄຳ (ຂົວນ້ຳໄຮແຫ່ງໃໝ່) ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 1.131.685 ໂດລາສະຫະລັດ ເຊິ່ງຂົວຄູນຄຳ ໄດ້ເປີດໃຊ້ຢາງເປັນທາງການໃນເດືອນມິນາ ປີ 2021 ໄດ້ເຮັດໃຫ້ການໄປມາຫາສູ່ຂອງພໍ່ແມ່ປະຊາຊົນຊາວເມືອງຄູນຄຳ ມີຄວາມສະດວກສະບາຍ ແລະ ປອດໄພຫຼາຍກວ່າເກົ່າ ພ້ອມທັງຍັງເປັນການກະຕຸ້ນເສດຖະກິດການທ່ອງທ່ຽວຢູ່ຂົງເຂດດັ່ງກ່າວໃຫ້ມີການຂະຫຍາຍຕົວດີຂຶ້ນ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!