ໜ່ວຍແມ່ຍິງຄອມພິວເຕີ-ຄຸ້ມຄອງຫ້ອງຮຽນ ວິທະຍາຄານກົມມະດຳ ສະຫຼຸບວຽກງານໄລຍະ 3 ປີ

    ວັນທີ 11 ກຸມພາ 2022 ນີ້ ໜ່ວຍສະຫະພັນແມ່ຍິງຄອມພິວເຕີ-ຄຸ້ມຄອງຫ້ອງຮຽນ ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳ ໄດ້ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ໄລຍະ 3 ປີຜ່ານມາ ແລະ ຜ່ານທິດທາງແຜນການປີ 2024 ຂອງກອງປະຊຸມໃຫຍ່ ຄັ້ງທີ VII  ໂດຍການເປັນປະທານຂອງສະຫາຍ ຮ້ອຍເອກ ນາງ ແສງພອນ ວົງສຸກ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ວິທະຍາຄານກົມມະດຳ ເປັນກຽດເຂົ້າຮ່ວມກອງປະຊຸມ ໂດຍສະຫາຍ ພັນໂທ ຄຳໄຊ ອ່ອນມົນແສງ ຮອງຫ້ອງອົບຮົມ-ກໍ່ສ້າງ ຜູ້ຊີ້ນຳວຽກງານການເມືອງ ວິທະຍາຄານ, ມີບັນດາໜ່ວຍອ້ອມຂ້າງ ແລະ ສະມາຊິກແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ. 

    ສະຫາຍ ພັນຕີ ນາງ ຈິນພອນ ແສນມະນີ ຮອງເລຂາໜ່ວຍ ສະຫະພັນແມ່ຍິງຄຸ້ມຄອງຫ້ອງການ ໄດ້ຂຶ້ນຜ່ານບົດສະຫລຸບ ຕີລາຄາຄືນຜ່ານການຈັດຕັ້ງນຳພາວຽກງານໃນໄລຍະ 3 ປີຜ່ານມາ ແລະ ຜ່ານທິດທາງແຜນການໃນຊຸມປີຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນການຊີ້ນຳ-ນຳພາຂອງຄະນະໜ່ວຍດັ່ງກ່າວ ເປັນຕົ້ນ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດ ໃຫ້ເອື້ອຍນ້ອງແມ່ຍິງພາຍໃນ ໃຫ້ມີຄວາມອຸ່ນອ່ຽນ ທຸ່ນທ່ຽງຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ  ເຮັດໜ້າທີ່ການເມືອງຕາມທີ່ການຈັດຕັ້ງມອບໝາຍໃຫ້ ໂດຍນຳເອົາແນວທາງແຜນການນະໂຍບາຍຂອງພັກ ກົດໝາຍຂອງລັດ ຂໍ້ກຳນົດ-ກົດລະບຽບຂອງກອງທັບ ແລະ ສູນກາງສະຫະພັນແມ່ຍິງລາວວາງອອກ ກົມກອງສາມາດຄັດເລືອກໄດ້ແມ່ຍິງ 3 ດີ ປະເພດ 1 ໄດ້ 11 ສະຫາຍ ປະເພດ 2 ມີ 11 ສະຫາຍ  ໄດ້ຮັບຫຼຽນກາແຮງງານ  4 ສະຫາຍ ໄດ້ຮັບການຍ້ອງຍໍຈາກກະຊວງປ້ອງກັນປະເທດ 5 ສະຫາຍ ໄດ້ຮັບໃບຍ້ອງຍໍຈາກກົມໃຫຍ່ການເມືອງກອງທັບ 6 ສະຫາຍ ດ້ານວຽກງານບໍລິຫານກົມກອງ ອອກແຮງງານລວມ 918  ຄັ້ງ ແຂ່ງຂັນສິລະປະ ແລະ ກິລາ 10 ຄັ້ງ ເຄົາລົບທຸງ 58 ຄັ້ງ ເຂົ້າຮ່ວມຟັງປາຖະກະຖາວັນສຳຄັນຕ່າງໆຂອງຊາດ ຂອງກອງທັບ 132 ຄັ້ງ ປະຈຳການຫ້ອງ 87 ສະຫາຍ ວຽກງານ ພະລາທິການ ກົມກອງໄດ້ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຈາກການປູກຝັງ – ລ້ຽງສັດ ແລະ ການບໍລິການອື່ນໆ ສາມາດສ້າງລາຍຮັບເຂົ້າຄັງລວມເປັນເງິນທັງໜົດ 10.285.000 ກີບ (ສິບລ້ານສອງແສນແປດສິບຫ້າພັນກີບ) .

    ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຜັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼບຢ່າງມີເນື້ອໃນສົມບູນຄົບຖ້ວນ ພ້ອມທັງປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ໄດ້ຕາມຄາດໜາຍ.

#  ຂ່າວ-ພາບ: ບຸນເກີດ ຈັນທະວົງ..

.

error: Content is protected !!