ອົງການປົກຄອງບ້ານຫຼັກ 52 ເຂົ້າອວຍພອນຄະນະວິຊາຄູເຫຼົ່າຮົບລົດຕັງ – ຍານເກາະ ວິທະຍາຄານກົມມະດຳ

    ວັນທີ 10 ກຸມພາ 2022 ນີ້ ອົງການປົກຄອງບ້ານຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຄະນະວິຊາຄູເຫຼົ່າຮົບລົດຕັງ – ຍານເກາະ ຫ້ອງອົບຮົມ – ກໍ່ສ້າງວິທະຍາຄານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ (20/ 1 /1949 – 20 /1/ 2022 ຄົບຮອບ 73 ປີ) ຕາງໜ້າກ່າວມອບໂດຍທ່ານໄພວັນ ແກ້ວມີໄຊ ນາຍບ້ານຫຼັກ 52 ແລະ ຕາງໜ້າກ່າວຮັບໂດຍສະຫາຍ ພັນໂທ ຄຳຕັນ ສອນວິຈິດ ຫົວໜ້າຄະນະວິຊາຄູລົດຕັງ-ຍານເກາະ ວິທະຍາຄານກົມມະດຳ.

   ໂອກາດດັ່ງກ່າວ ຫົວໜ້າຄະນະວິຊາຄູ ໄດ້ຕາງໜ້າໃຫ້ຄະນະພັກ – ຄະນະບັນຊາຂອງຕົນ ແລະ ພະນັກງານ – ຄູອາຈານ ກ່າວສະແດງຄວາມຮູ້ບູນຄຸນມາຍັງອົງການຈັດຕັ້ງບ້ານຫຼັກ 52 ພ້ອມຄະນະ ທີ່ເຫັນໄດ້ຄວາມໜາຍ – ຄວາມສຳຄັນຕໍ່ວັນປະຫວັດສາດມູນເຊື້ອກອງທັບ ພ້ອມທັງຮຽກຮ້ອງມາຍັງອຳນາດການປົກຄອງບ້ານດັ່່ງກ່າວ ຈົ່ງເພີ່ມທະວີຄວາມສາມັກຄີພົວພັນກັບກຳລັງປະກອບອາວຸດ ເວົ້າລວມ – ເວົ້າສະເພາະ ຄະນະວິຊາຄູ ກັບບ້ານຫຼັກ 52 ເຊີ່ງແມ່ນກົມກອງແຮກສ່ຽວ ໃຫ້ນັບມື້ແໜ້ນແຟ້ນຂື້ນໄປເລື້ອຍໆ.ບົນພື້ນຖານຖືເອົາວຽກງານປ້ອງຊາດ – ປ້ອງກັນຄວາມສະຫຼົບງເປັນບັນຫາສຳຄັນ.ດັ່ງຄຳຂວັນທີ່ວ່າ ກອງທັບກັບປະຊາຊົນ ຄຶ ປາກັບນໍ້າ ເພື່ອພ້ອມກັນກ່າວຂຶ້ນເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ – ລັດ ຂັ້ນເທີງມອບໜາຍໃຫ້ເປັນຢ່າງດີ.

# ຂ່າວ – ພາບ : ວັນນະເລດ ລໍວັນໄຊ.

error: Content is protected !!