ທະ​ຫານ​ເມືອງ​ຫາດ​ຊາຍ​ຟອງ ສ້າງ​ລາຍ​ຮັບ​ໃຫ້ກົມ​ກອງ​ໄດ້​ເຖິງ 100 ກວ່າ​ລ້ານ​ກີບ

    ກອງ​ບັນ​ຊາ​ການ​ທະ​ຫານເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບວຽກ​ງານ​ຮອບ​​ດ້ານປະ​ຈໍາ​ປີ 2021 ແລະ ວາງ​ທິດ​ທາງ​ແຜນ​ການ​ປີ 2022 ​ຈັດ​ຢູ່​ທີ່ກອງ​ບັນ​ຊາ​ການ​ດັ່ງ​ກ່າວ ເປັນ​ປະ​ທານ​ຂອງ ທ່ານ ພັ​ທ ວຽງ​ວິ​ໄລ ແກ້ວບຸນ​ມີ ຫົວ​ໜ້າ​ການ​ທະ​ຫານກອງບ​ບັນ​ຊາ​ການ​ປ້ອງ​ກັນ​ຊາດເມືອງ​ຫາ​ຊາຍ​ຟອງ ມີ ທ່ານ ບຸນ​ເພັງ ສີ​ນ​ະ​ວົງ​ພອນ ເຈົ້າ​ເມືອງ​ຫາດຊາຍ​ຟອງ ທ່ານ ພັ​ທ ວອນສີ ຄຸນ​​ສຸ​ພັນ ຫົວ​ໜ້າ​ການ​ເມືອງກອງ​ບັນ​ຊາ​ນ ປກ​ຊ ເມືອງ ພ້ອມ​ດ້ວຍ​ພະ​ນັກ​ງານ​ເຫຼົ່າ​ຮົບ​ໃນ​ກົມ​ກອງ ແລະ ແຂກ​ເຂົ້າ​ຮ່ວມ.

    ທ່ານ ພັ​ທ ຫຼອນ​ຫຼ້າ ບາ​ສີ​ວົງ ຫົວ​ໜ້າ​ພະ​ແນກ​ການ​ເມືອງ ກອງ​ບັ​ຊາ​ການ​ທະ​ຫານ​ເມືອງ ໄດ້​ຂື້ນ​ກ່າວ​ລາຍ​ງານ​ບົດ​ສະ​ຫຼຸບ ແລະ ​ຕີ​ລາຄາ​ຄືນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 4 ໜ້າ​ທີ່​ໃຫຍ່ 26 ແຜນ​ງານ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ 7 ລະ​ບອບ 18 ວຽກ ຂອງກອງ​ບັນ​ຊາ​ການ​ທະ​ຫານ​ເມືອງ​ຫາດ​ຊາຍ​ຟອງ ໂດຍ​ພື້ນ​ຖານ ​ໄດ້​ຍົກ​ໃຫ້​ເຫັນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນ ແລະ ສີ່ງ​ທ້າ​ທາຍ​ທົດ​ສອບ​ນາໆ​ປະ​ການຂອງ​ໂລກ​ ທີ່​ກຳ​ລັງ​ໄດ້​ຮັບ​ຜົນ​ກະ​ທົບທາງ​ດ້ານ​ການ​ທະ​ຫານ ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ ແຕ່​ເຖີງ​ຢາງ​ໃດ​ກໍ່ຕາມ​ ເມືອງ​ຫາດ​ຊາຍ​ຟອງກໍຖື​ວ່າ​ສະ​ພາບ​ການ​ທາງ​ດ້ານ​ເມືອງ​ຍັງ​ຮັກ​ສາ​ໄດ້​ດີ ມີ​ຄວາມສະ​ຫງົບ ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ ແຕ່​ກໍ່ປາ​ສະ​ຈາກ​ບໍ່​ໄດ້ ຕໍ່​ບັນ​ຫາ​ກາ​ນປຸ້ນ​ຈີ້​ຊີງ​ຊັບ ສີ່ງ​ເສບ​ຕິດ ອຸ​ບັດ​ເຫດ ອັກ​ຄີ​ໄພ​ເຊີ່ງ ເກີດ​ຂື້ນ​ລວມ​ມີ 271 ເລື່ອງ ຜົນ​ເສຍ​ຫາຍ 1.131.090.000 ກີບ ຢຶດ​ຢາ​ບ້າ​ໄດ້ 10 ເປົາ ຢາ​ໄອສ໌ 9 ຖົງ ກັບ 1 ຫຼອດ ນອກນັ້ນ ​ຍັງ​ກັກ​ຕົວ​ຄົນ​ຮ້າຍ​ໄດ້ 189 ຄົນ​ມາ​ສຶກ​ສາ​ອົບ​ຮົມ ໄດ້​ນຳ​ພາ​ກຳ​ລັງ​ລົງ​ປະ​ຕິ​ບັດ​ວຽກ​ງານ​ຊ່ວຍ​ຕ້ານ​ການ​ລະ​ບາດ​ພະ​ຍາດ​ໂຄວິດ​ເປັນ​ຈຳ​ນວນ​ຫຼາຍ​ຄັ້ງ ສະ​ພາບ​ຕາມ​ຊາຍ​ແດນມີ​ຄວາມ​ສະ​ຫງົບ​ດີ ແຕ່​ກໍ​ຍັງ​ມີ​ຜຸ້​ຄົນ​ຈຳ​ນວນ​ໜຶ່ງ​ລັກ​ລອບ​ຂ້າມ​ໄປ​ມາ​ແບບ​ຊະ​ຊາຍ​ ບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​​ກົດ​ໝາຍ ເພື່ອ​ເຮັດ​ໜ້າ​ທີ່​ຮັກ​ສາ​​ສະ​ພາບຄວາມ​ສະ​ຫງົບຢູ່​ຮາກ​ຖານ​ການ​ເມືອງ ​ຕາມ​ມູນ​ເຊື້ອ​ ລະ​ຫວ່າງກອງ​ທັບ ໄດ້​ແຮກ​ສ່ຽວ​ກັບ​ອົງ​ການ​ປົກ​ຄອງ 3 ບ້ານ ຄື ທ່າ​ເດື່ອ ດົງ​ໂພນ​ແຮ່ ແລະ ຄຳ​ຈະ​ເລີນ ການ​ກຽມ​ພ້ອມ​ສູ້​ຮົບ ກອບ​ກູ້​ໄພ​ພິ​ບັດ ແລະ ນຳ​ໃຊ້​ກຳ​ລັງ​​ ໄດ້ກຽມ​ພ້ອມ​ຕະ​ຫຼອດ 24 ຊົ່ວ​ໂມງ ນອກນັ້ນ​​ ເອົາ​ໃຈ​ໃສ່​ຮັບ​ປະ​ກັນ​ພະ​ລາທິ​ການ-ເຕັກ​ນິກ ແຜນ​ງານ​ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ສະ​ບຽງ​ອາ​ຫານ​ພາຍ​ໃນ​ກົມ​ກອງ ຕາມ​ທິດ 4 ປູກ 4 ລ້ຽງ​ຂອງ​ກົມ​ໃຫຍ່​ພະ​ລາ​ທິ​ການ​ວາງ​ອອກ ໃນ​ນັ້ນ ​ໄດ້​ປູກ​ເຂົ້າ​ທັງ​ນາ​ປີ ນາ​ແຊງ ປູກ​ພືດ​ລົ້ມ​ລຸກ ສັງ​ລວມ​ລາຍ​ຮັບ 37.891.400 ກີບ ໄດ້​ລ້ຽງ​ສັດ​ໃຫຍ່ ລ້ຽງ​ປາ ລ້ຽງ​ສັດ​ປີກ​ເພື່ອ​ຕອບ​ສະ​ໜອງ​ເຂົ້າ​ເຮືອນ​ຄົວ​ລວມ ສ້າງ​ລາຍ​ຮັບ​ໄດ້ 22.881.000 ກີບ ລວມ​ລາຍ​ຮັບ​ທັງ​ໝົດ 104.722.400 ກີບ ສະ​ເລ່ຍ​ເທົ່າກັບ 988.418 ກີບຕໍ່ຄົນຕໍ່ປີ .

.

                                      # ຂ່າວ – ພາບ :  ຂັນທະວີ

error: Content is protected !!