ສະຫະພັນກຳມະບານເມືອງຫາດຊາຍຟອງ ໄຂກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການຕໍ່ໜ້າ

    ກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການຕໍ່ໜ້າ ຂອງສະຫະພັນກຳມະບານເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕິດພັນກັບການເລົ່າຄືນມູນເຊື້ອວັນສ້າງຕັ້ງກຳມະບານລາວ ຄົບຮອບ 66 ປີ ຈັດຂຶ້ນທີ່ສະໂມສອນປົກຄອງເມືອງດັ່ງກ່າວ ໂດຍເຂົ້າຮ່ວມຂອງທ່ານ ຄຳແກ່ງ ດວງພະຈັນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ທ່ານ ສົມບູນ ລິດສະໄໝ ຮອງປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານ ສອນປະສິດ ສຸວັນະເມືອງ ປະທານສະຫະພັນກຳມະບານເມືອງຫາດຊາຍຟອງ ແລະ ຮາກຖານກຳມະບານ ອ້ອມຂ້າງເມືອງ. 

    ທ່ານ ແສງສຸລິຍາ ຫຼວງສີ ຮອງປະທານສະຫະພັນກຳມະບານເມືອງຫາດຊາຍຟອງ ໄດ້ກ່າວລາຍງານໃຫ້ຮູ້ການເຄື່ອນໄຫວວຽກງານໃນແຕ່ລະດ້ານໄລຍະຜ່ານມາ ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ຊີ້ນຳທິດທາງແຜນວຽກງານຈຸດສຸມຂອງກຳມະບານເມືອງຫາດຊາຍຟອງໃນຕໍ່ໜ້າໃຫ້ມີຜົນສຳເລັດ ແລະ ພ້ອມທັງຮັບຟັງການເລົ່າຫວນຄືນມູນເຊື້ອປະຫວັດຂອງວັນສ້າງຕັ້ງກຳມະບານລາວຈາກທ່ານ ສົມບູນ ລິດສະໄໝ ຮອງປະທານສະຫະພັນກຳມະບານນະຄອນຫຼວງ ເພື່ອໃຫ້ສະມາຊິກໄດ້ເຊື່ອມຊືມ ກຳແໜ້ນເນື້ອໃນ ແລະ ຮັບຮູ້ເຂົ້າໃຈຕໍ່ເຫດການສຳຄັນທາງປະຫວັດສາດຂອງຊາດລາວເຮົາ.

.

    . # ຂ່າວ – ພາບ :  ຂັນທະວີ

error: Content is protected !!