ຖວທ ເມືອງ​ຫາດ​ຊາຍ​ຟອງ ສຸມ​ໃສ່​ວຽກ​ງານ​ວິ​ຊາ​ສະ​ເພາະ ຄຸ້ມ​ຄອງ​ຫົວ​ໜ່ວຍ​ບັນ​ເທິງ ແລະ ສະ​ຖານ​ທີ່​ທ່ອງ​ທ່ຽວ

    ກອງ​ປະ​ຊຸມ​ສະ​ຫຼຸບ​ວຽກ​ງານ​ປະ​ຈຳ​ປີ 2021 ແລະ ວາງ​ທິດ​ທາງ​ແຜນ​ການ​ປີ 2022 ຂອງ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ ແລະ ທ່ອງ​ທ່ຽວ ເມືອງ​ຫາດ​ຊາຍ​ຟອງ ນ.ວ ຈັດຂື້ນ​ໃນ​ວັນ​ທີ 11 ກຸມ​ພາ ຜ່ານ​ມາ ທີ່​ສຳ​ນັກ​ງານ​ປົກ​ຄອງ​ເມືອງ​ດັ່ງ​ກ່າວ ໂດຍ​ເຂົ້າ​ຮ່ວມ​ຂອງທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ທ່ານ ພອນ​ຈັນ ແພງ​ພູ​ວັນ ຮອ​ງ​ຫົວ​ໜ້າ​ພະ​ແນກ ຖວ​ທ ນ.ວ ພ້ອມ​ດ້ວຍ​ພາກ​ສ່ວນ​ກ່ຽວ​ຂ້ອງ ແລະ ຜູ້​ປະ​ກອບ​ການ​ດ້ານ​ການ​ບັນ​ເທີງ ແລະ ທ່ອງ​ທ່ຽວ.

    ທ່ານ ຄຳ​ໄພ​ສານ ພີມ​ມະ​ສອນ ຫົວ​ໜ້າ​ຫ້ອງ​ການ ຖວ​ທ ເມືອງ​ຫາດ​ຊາຍ​ຟອງ ກ່າວ​ວ່າ  ການ​ເຄື່ອ​ໄຫວວຽກ​ງານ​ໃນ​ໄລ​ຍະ​ໜື່ງ​ປີ​ຜ່ານ​ມາ ​ຫ້ອງ​ການ​ດັ່ງ​ກ່າວ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພະ​ແນກ ຖວ​ທ ນ.ວ ແລະ ເມືອງ​ຫາດ​ຊາຍ​ຟອງ ນຳ​ເອົາ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ-ລັດ ໃນ​ຂົງ​ເຂດ ຖວ​ທ ໄປ​ຜັນ​ຂະ​ຫຍາຍ ​ໂດຍຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດ​ວຽກ​ງານ​ວິ​ຊາ​ສະ​ເພາະ​ຂອງ​ຕົນ ໂດຍ​ກຳ​ແໜ້ນ​ວຽກ​ງານ​ການ​ເມືອງ​-ນຳ​ພາ​ແນວ​ຄິດເປັນ​ບັນ​ຫາ​ພື້ນ​ຖານ​ສຳ​ຄັນ ເ​ປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ຄຳ​ສັ່ງ ລະ​ບຽບ​ການ ແລະ ນິ​ກຳ​ຕ່າງໆ​ທີ່​ກ່ຽວຂ້ອງ​ລົງ​ສູ່​ຫົວ​ໜ່ວຍ​ທຸ​ລະ​ກິດ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ເພື່ອ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ຢູ່​ໃນ​ລະ​ບຽບ​ການ ແລະ ມີ​ຄວາມ​ສະ​ຫງົບ ທາງ​ດ້ານ​ວຽກ​ງານ​ວິ​ຊາ​ການ ໄດ້​ຕິດ​ຕາມ​ເກັບ​ກຳ​ຂ່າວ​ຂະ​ບວນ​ການ ກອງ​ປະ​ຊຸມ​ຕ່າງ​ໆ​ຂັ້ນ​ເມືອງ ແລະ ຕົວ​ແບບ​ທາງ​ດ້ານ​ການ​ຜະ​ລິດ ໄດ້ 43 ຂ່າວ ລົງແນະ​ນຳ​ບ້ານ​​ຈຸດ​ສຸມປະ​ກາດ​ຄຳ​ສັ່ງ​ແຈ້ງ​ການ ແລະ ສົ່ງ​ຄຼິບ​ສຽງ​ລົງໃນ​ກຸ່ມ 60 ​ບ້ານ ໂດຍ​ຮ່ວມ​ກັບ​ຄະ​ນະ​ສະ​ເພາະ​ກິດ ຖວ​ທ ນ.ວ ໂຄ​ສະ​ນາ​ເພື່ອ​ຕ້ານ​ການ​ລະ​ບາດ​ພະ​ຍາດ​ໂຄວິດ ເອົາ​ໃຈ​ໃສ່​ປະ​ເມີນ​ຄອບ​ຄົວ​ວັດ​ທະ​ນະ​ທຳ​ຮອບ​ສອງ​ທີ່​ຄົບ 5 ມາດ​ຖານ ໃນ​ເຂດ 6 ທ່າ​ພະ ເຂດ 5 ​ທ່າ​ເດື່ອ ແລະ ເຂດ 4 ສາ​ລາ​ຄຳ ໄດ້ 11.078 ຄອບ​ຄົວ ແລະ ຍັງບໍ່​ຄົບ ມີ 1.291 ຄອບ​ຄົວ ຮ່ວມ​​ປຶກ​ສາຫາ​ລື​ແກ້​ໄຂ​ການ​ບຸກ​ລຸກ​ເຂດ​ສະ​ຫງວນກຳ​ແພງ​ເມືອງ​ຊັ້ນ 3 ສຳ​ຫຼວດກວດ​ກາ​ກໍ່​ສ້າ​ງຫໍ​ກອງ ບູ​ລະ​ນະ​ສ້ອມ​ແປງ​ພຸດ​ທະ​ສີມ​ມາ ກຸດ​ຕິ ປະ​ຕູ​ໂຂງ ພະ​ພຸດ​ທະ​ຮູບ ແລະ ​ນາກ​ໄດ້ 14 ຄັ້ງ ອອກ​ອະ​ນຸ​ຍາດ​ທຸ​ລະ​ກິດ​ວັ​ທະ​ນະ​ທຳ​ໄດ້ 5 ຫົວ​ໜ່ວຍ ປ້າຍ​ໂຄ​ສະ​ນາ 17 ປ້າຍ​ ຜ່ານເອ​ກະ​ສານ​ບຸນ​ສິນ​ກິນ​ທານ ແລະ ອື່ນໆ​ໄດ້ 36 ຄັ້ງ ນຳ​ສົ່ງ​ແຈ້ງ​ການ​ຂອງ​ພະ​ແນກ ຖວ​ທ ນ.ວ ໃຫ້​ບັນ​ດາ​ຮ້ານ​ອາ​ຫານ ແລະ ຮ້ານ​ກິນ​ດື່ມ ໄດ້ 47 ຮ້ານ ເຮັດ​ບົດ​ບັນ​ທຶກກວດ​ກາ​ຮ້ານ​ອາ​ຫານ ແລະ ກິນ​ດື່ນທີ່​ຕັ້ງ​ໃໝ່ 3 ຮ້ານ ຮ່ວມກວດ​ກາ​ໂຮງ​ແຮມ ຈະ​ເລີນ​ໄວ ບ້ານ​ປ່າ​ຝາງ ເພື່ອ​ອອກ​ອະ​ນຸ​ຍາດ 1 ຄັ້ງ ​ອອກ​ອະ​ນຸ​ຍາດ​ຮ້ານ​ອາ​ຫານ ຮ້ານ​ກິນ​ດື່ມ 20 ຫົວ​ໜ່ວຍ ເກັບ​ກຳ​ສະ​ຖິ​ຕິໂຮງ​ແຮມ 10 ແຫ່ງ ເຮືອນ​ພັກ 17 ແຫ່ງ ແລະ ຣີ​ສອດ 3 ແຫ່ງ ນອກນັ້ນ​ ຍັງ​ໄດ້​ສົມ​ທົບ​ກັບ​ບັນ​ດາ​ບ້ານ ​ເພື່ອ​ປະ​ຕິ​ບັດ​ຕາມ​ແຈ້ງ​ການ ແລະ ​ມາດ​ຕະ​ການຄວບ​ຄຸມ ປ້ອງ​ກັນ​ພະ​ຍາດ​ໂຄວິດແຕ່​ລະ​ໄລ​ຍະ ​ພ້ອມຕິດ​ຕາມ​ການ​ເປີດ-ປິດ​ບໍ​ລິ​ການ​ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ ​ຢ່າງ​ເຂັ້ມ​ງວດ

.

    . # ຂ່າວ – ພາບ :  ຂັນທະວີ

error: Content is protected !!