ຮອງ ລມຕ ການຕ່າງປະເທດ ເຄື່ອນໄຫວເຮັດວຽກທີ່ແຂວງຈໍາປາສັກ

     ວັນທີ 7-10 ກຸມພາ 2022 ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ລົງຢ້ຽມຢາມອ້າຍນ້ອງທີ່ປະຕິບັດໜ້າທີ່ຢູ່ກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນລາວ-ໄທ ແລະ ລາວ-ກໍາປູເຈຍ ທີ່ຕັ້ງຢູ່ເມືອງໂພນທອງ ແລະ ເມືອງໂຂງ ແຂວງຈໍາປາສັກ. ການລົງຢ້ຽມຢາມ ກໍເພື່ອເປັນການຊຸກຍູ້ ຕິດຕາມ ແລະ ໃຫ້ທິດຊີ້ນໍາການປະຕິບັດໜ້າທີ່ຂອງອ້າຍນ້ອງກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ແລະ ລາວ-ກໍາປູເຈຍ ທີ່ຍັງດໍາເນີນວຽກງານດັ່ງກ່າວຢູ່ພາກສະໜາມ. 

    ເນື່ອງຈາກວ່າພັກ ແລະ ລັດຖະບານ ຖືເອົາວຽກງານຊາຍແດນເປັນວຽກບຸລິມະສິດ ຈະຕ້ອງໄດ້ເອົາໃຈໃສ່ຊີ້ ນໍານໍາພາຢ່າງໃກ້ຊິດຈາກຂັ້ນເທິງ ແລະ ໃນໂອກາດລົງຢ້ຽມຢາມດັ່ງກ່າວ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການສຳຫລວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ແລະ ລາວ-ກໍາປູເຈຍໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານຊາຍແດນກັບປະເທດກຳປູເຈຍ ທີ່ສອງຝ່າຍກໍລັງຈະມີການສ້າງສົນທິສັນຍາວ່າດ້ວຍຊາຍແດນລະຫວ່າງສອງປະເທດທີ່ໄດ້ເປັນເອກະພາບກັນແລ້ວ 465 ກິໂລແມັດ ເທົ່າກັບ 86% ຂອງຄວາມຍາວເສັ້ນຊາຍແດນທັງໝົດ 535 ກິໂລແມັດ ໂດຍສອງຝ່າຍໄດ້ຮັບຮອງຫຼັກໝາຍແລ້ວ 121 ຫຼັກໝາຍ ແລະ ຍັງເຫຼືອພຽງແຕ່ 14% ຄືຢູ່ບໍລິເວນຊາຍແດນມິດຕະພາບ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ພ້ອມນັ້ນທ່ານໄດ້ມີການຊີ້ນໍາໃຫ້ຄະນະກອງສໍາຫຼວດ ແລະ ອ້າຍນ້ອງວິຊາການ ຕ້ອງມີຄວາມບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ແລະ ຈະຕ້ອງສາມາດເປັນເສນາທີການໃຫ້ແກ່ຂັ້ນເທິງໃນການປົກປັກຮັກສາດີນແດນຂອງຊາດ ກໍຄືຂອງປະຊາຊົນລາວທັງຊາດ ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ຮັບປະກັນສິດຜົນປະໂຫຍດ ແລະ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດເອົາໄວ້. ເຖິງແມ່ນວ່າໄລຍະປັດຈຸບັນ ການແກ້ໄຂວຽກງານຊາຍແດນຍັງບໍ່ທັນມີຄວາມຄືບໜ້າຍ້ອນການລະບາດຂອງພະຍາດໂຄວິດ-19 ແຕ່ພະນັກງານກອງສໍາຫຼວດ ແລະ ປັກຫຼັກໝາຍກໍຈະຕ້ອງບໍ່ປະລະ ການຄົ້ນຄວ້າວິທີການແກ້ໄຂຈຸດຄົງຄ້າງວຽກງານຊາຍແດນທີ່ເປັນວຽກທ້າທ້າຍໃນສະພາວະການປັດຈຸບັນໃຫ້ສໍາເລັດໂດຍໄວ. ພ້ອມກັນນັ້້ນ ທ່ານຍັງໄດ້ໃຫ້ທິດຊີ້ນໍາຕື່ມກ່ຽວກັບວຽກການເມືອງ-ແນວຄິດ ກໍຄືການຍົກສູງສະຕິລະວັງຕົວຂອງອ້າຍນ້ອງ ໃຫ້ຈໍາແນກມິດສັດຕູຢ່າງຈະແຈ້ງ ແລະ ມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ມີອຸບາຍມ້າງເພ ຍຸແຫຍ່ ເພື່ອສ້າງຄວາມປັ່ນປ່ວນ ແລະ ຫວັງທໍາລາຍຄວາມສະຫງົບປອດໄພຢູ່ຕາມບໍລິເວນຊາຍແດນ ລວມທັງໄດ້ຊີ້ນໍາແບບແຜນວິທີເຮັດວຽກ ໂດຍສະເພາະແມ່ນການປະສານສົມທົບກັບທ້ອງຖີ່ນ ໃນການແກ້ໄຂສະພາບການທີ່ເກີດຕາມບໍລິເວນຊາຍແດນໃຫ້ທັນກັບສະພາບການ ໂດຍຕ້ອງຢືດໜັ້ນແນວທາງການແກ້ໄຂວຽກງານໂດຍສັນຕິວິທີ ຫຼີກລ່ຽງການໃຊ້ກໍາລັງ. ພາຍຫລັງການຢ້ຽມຢາມອ້າຍນ້ອງກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ທ່ານໄດ້ລົງກວດກາພື້ນທີ່ຕົວຈິງຕາມບໍລິເວນຊາຍແດນ ຄື: ດ່ານປະເພນີຊ່ອງຕະອູ ເມືອງສຸຂຸມາ ທີ່ສະເໜີຍົກຂື້ນເປັນດ່ານທ້ອງຖີ່ນ ແລະ ດ່ານສາກົນໜອງນົກຂຽນ ເມືອງໂຂງ ທີ່ມີການສະເໜີກໍ່ສ້າງເຂດປ່ຽນຖ່າຍສິນຄ້າຢູ່ບໍລິເວນໃກ້ກັບດ່ານ. ນອກຈາກນັ້ນທ່ານຍັງໄດ້ລົງກວດກາຈຸດທີ່ໄດ້ມີການສະເໜີເພື່ອເປີດເປັນດ່ານປະເພນີ 2 ຈຸດຄື : ຈຸດທີ່ຕັ້ງສ້າງຕັ້ງດ່ານປະເພນີຫາງດອນຂະເໝົາ ແລະ ດ່ານປະເພນີບ້ານນາປະກຽບ ຜ່ານການກວດກາບັນດາດ່ານດັ່ງກ່າວ ເຫັນວ່າມີຄວາມອາດສາມາດ ແຕ່ຕ້ອງໄດ້ມີການນໍາສະເໜີ ແລະ ເຮັດບົດວິພາກເສດຖະກິດ ເຖິງຄວາມຈໍາເປັນ ຕາມລະບຽບການທີ່ກໍານົດໄວ້ໃນ ດໍາລັດເລກທີ 558/ນຍ. 

    ໃນການລົງຢ້ຽມຢາມ ແລະ ເຮັດວຽກທີ່ນະຄອນຈໍາປາສັກຄັ້ງນີ້ ທ່ານໄດ້ເຂົ້າຢ້ຽມຄໍານັບ ແລະ ລາຍງານວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ແລະ ລາວ-ກໍາປູເຈຍ ຕໍ່ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລ​ຂາ​ພັກ​ແຂວງ – ເຈົ້າແຂວງຈໍາປາສັກ ພ້ອມທັງໄດ້ມີການມອບ​ຂອງ​ຂວັນ ແລະ ອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ເມືອງໂພນທອງ ເມືອງ ສຸຂຸມາ ແລະ ເມືອງໂຂງ ຕື່ມອີກ.

.

    . # ຂ່າວ – ພາບ :  ໄຊບັນດິດ

error: Content is protected !!