ກະຊວງສາທາລະນະສຸກໄດ້ຮັບຜ້າອັດປາກ-ອັດດັງ ຈາກລັດຖະບານເຢຍລະມັນ

    ພິທີມອບ-ຮັບ ຜ້າອັດປາກ-ອັດດັງ ແລະ ໜ້າກາກໃສ ເພື່ອປ້ອງກັນພະຍາດໂຄວິດ-19 ໂດຍການຊ່ວຍເຫຼືອຂອງລັດຖະບານເຢຍລະມັນໃຫ້ແກ່ ສປປ ລາວ ຈັດຂຶ້ນວັນທີ 11 ກຸມພາ 2022 ທີ່ກະຊວງສາທາລະນະສຸກ ກ່າວມອບໂດຍທ່ານ ນາງ Annette Knobloch ເອກອັກຄະລັດຖະທູດສາທາລະນະລັດ ສະຫະພັນເຢຍລະມັນ ກ່າວຮັບໂດຍທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ Ying-Ru Jacqueline LO ຕາງໜ້າອົງການອະນາໄມໂລກ ແລະ ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ເພື່ອສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ເພື່ອບັນລຸຄາດໝາຍໃນການສັກຢາວັກຊິນໃຫ້ໄດ້ 80% ໃນປີ 2022 ກະຊວງສາທາລະນະສຸກຂອງລັດ North Rhine-Westphalia ປະເທດເຢຍລະມັນ ໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ ໃຫ້ ສປປ ລາວ ເຊິ່ງອຸປະກອນດັ່ງກ່າວ ລວມມີຜ້າອັດປາກ-ດັງ ຈຳນວນ 300.000 ອັນ ແລະ ໜ້າກາກໃສ 64.000 ອັນ ລວມມູນຄ່າທັງໝົດ ແມ່ນ 534.195 ໂດລາສະຫະລັດ ການຂົນສົ່ງອຸປະກອນດັ່ງກ່າວຈາກປະເທດເຢຍລະມັນ ເຖິງ ປະເທດລາວ ແມ່ນ ໄດ້ຮັບການສະໜັບສະໜູນໂດຍອົງການອະນາໄມໂລກ ປະຈຳ ສປປ ລາວ.

.

    . # ຂ່າວ – ພາບ :  ຂັນທະວີ

error: Content is protected !!