ຫາລືແນວທາງປັບປຸງການດຳເນີນທຸລະກິດ ບໍລິສັດ ດາວທຽມລາວ

      ກະຊວງການເງິນ ຈັດກອງປະຊຸມເພື່ອປຶກສາຫາລືຫາວິທີທາງແກ້ໄຂ ກ່ຽວກັບສະພາບບໍລິການດາວທຽມລາວ ຂອງບໍລິສັດ ດາວທຽມລາວ ເອເຊຍປາຊີຟິກ ຈໍາກັດ ຂຶ້ນວັນທີ 9 ກຸມພາ ຢູ່​ກະ​ຊວງ​ດັ່ງ​ກ່າວ ໂດຍເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ມີທ່ານ ຫຽມ ພົມມະຈັນ ປະທານສະພາບໍລິສັດ ດາວທຽມລາວ ເອເຊຍ ປາຊີຟິກ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ໃນກອງປະຊຸມ ທ່ານ ຫຽມ ພົມມະຈັນ ໄດ້ລາຍງານໃຫ້ຮູ້ເຖິງສະພາບລວມ ການເຄື່ອນໄຫວຂອງການບໍລິການດາວທຽມລາວ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກນັ້ນ ໄດ້ປຶກສາຫາລືວຽກວິຊາສະເພາະ ແລະ ກົນໄກການດໍາເນີນທຸລະກິດກັບພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂວຽກງານດັ່ງກ່າວໃຫ້ມີຄວາມສະດວກ ໃນດ້ານການປະຕິບັດວຽກງານ ແລະ ໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ.

    ໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງການເງິນ ຍັງໄດ້ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກຫຼາຍດ້ານໃນການບໍລິການຈັດການ ເປັນຕົ້ນ ກົນໄກ ແລະ ນະໂຍບາຍຂອງລັດ ໃນການອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ຄວາມສາມາດໃນການຊື້ຂອງຕະຫຼາດພາຍໃນມີຄວາມຈໍາກັດ ຂໍ້ຜູກມັດທາງດ້ານນິຕິກໍາຫຼາຍຢ່າງທີ່ຍັງບໍ່ສາມາດເຂົ້າເຖິງ ແລະ ເປັນສິ່ງທີ່ທ້າທາຍທີ່ສຸດ ສະນັ້ນ ເພື່ອແກ້ໄຂໃຫ້ໂຄງການສາມາດດໍາເນີນຕໍ່ໄປໄດ້ ແມ່ນຕ້ອງໄດ້ມີການປັບປຸງ ແລະ ປະຕິຮູບວຽກງານດັ່ງກ່າວໃຫ້ມີສະພາບຄ່ອງຕົວ ສາມາດດໍາເນີນງານເປັນປົກກະຕິ ໂດຍການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງແກ້ໄຂບັນດາຂອດຂັ້ນໜ້າວຽກຕ່າງໆທີ່ເຫັນວ່າເປັນສິ່ງທີ່ຫຍຸ້ງຍາກປັບໃຫ້ດີຂຶ້ນເທື່ອລະກ້າວ. ພ້ອມນັ້ນ ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືປະກອບຄໍາຄິດເຫັນຮ່ວມກັນຫຼາຍບັນຫາ ກ່ຽວກັບວຽກການດັ່ງກ່າວ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຕໍ່ໜ້າມີຜົນສຳເລັດຍິ່ງຂຶ້ນ.

    . # ຂ່າວ – ພາບ :  ລັດເວລາ

error: Content is protected !!