ບໍລິສັດມາເຕົ້າ ສືບຕໍ່ປະກອບສ່ວນຊ່ວຍເຫຼືອສັງຄົມ

    ເພື່ອເປັນການສືບຕໍ່ປະກອບສ່ວນຊ່ວຍເຫຼືອສັງຄົມ ວັນທີ 7 ກຸມພາ 2022 ຜ່ານມາ ບໍລິສັດ ມາເຕົ້າ ນວນທອງພັດທະນາອະສັງຫາລີມະຊັບ ຊຸມຊົນ ຈໍາກັດ ນຳໂດຍທ່ານ ນາງ ນວນທອງ ແສງເຮືອງຄຳ ປະທານບໍ ລິສັດ ມາເຕົ້າ ນວນທອງພັດທະນາອະສັງຫາລີມະຊັບ ຊຸມຊົນ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານຂອງບໍລິສັດດັ່ງກ່າວ ໄດ້ນຳເອົາອຸປະກອນການແພດ ແລະ ອຸປະກອນການຮຽນ-ການສອນ ໄປມອບໃຫ້ແກ່ໂຮງຮຽນປະຖົມ 2 ແຫ່ງ ພາຍໃນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ລວມມູນຄ່າ 10 ລ້ານກີບ ຕາງໜ້າຮັບໂດຍທ່ານຜູ້ອຳນວຍການໂຮງຮຽນທັງ 2 ແຫ່ງ ມີອຳນາດການປົກຄອງ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

    ທ່ານ ນາງ ນວນທອງ ແສງເຮືອງຄຳ ໄດ້ແຈ້ງໃຫ້ຊາບວ່າ: ເພື່ອເປັນການສືບຕໍ່ປະກອບສ່ວນຊ່ວຍເຫຼືອສັງຄົມ ຈຶ່ງໄດ້ນຳອຸປະກອນການແພດ ແລະ ອຸປະກອນການຮຽນ ມອບໃຫ້ກັບໂຮງຮຽນປະຖົມຫ້ວຍຫ້ອມ ແລະ ໂຮງຮຽນປະຖົມບ້ານຕາດທອງ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອພັດທະນາວຽກງານຂະແໜງການສຶກສາພາຍໃນເມືອງສີໂຄດຕະບອງ ພ້ອມທັງເປັນການປະກອບສ່ວນໃຫ້ແກ່ວຽກງານຕ້ານພະຍາດໂຄວິດ-19 ພາຍໃນໂຮງຮຽນ ອີກທັງເປັນການແບ່ງເບົາພາລະຂອງພັກ-ລັດຖະບານ ການຊ່ວຍເຫຼືອຄັ້ງນີ້ ເຖິງຈະບໍ່ຫຼວງຫຼາຍ ແຕ່ມັນກໍຊ່ວຍແບ່ງເບົາພາລະຂອງສັງຄົມ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ບໍ່ແມ່ນຄັ້ງທຳອິດ  ກ່ອນໜ້ານີ້ ໄດ້ໃຫ້ການປະກອບສ່ວນຊ່ວຍເຫຼືອສັງຄົມຫຼາຍພາກສ່ວນ ກ່ຽວກັບວຽກງານຕ້ານພະຍາດໂຄວິດ-19 ໃຫ້ກັບອຳນາດການປົກຄອງເມຶອງສີໂຄດຕະບອງ ແລະ ການຊ່ວຍເຫຼືອພັດທະນາວຽກງານຂະແໜງການສຶກສາຫຼາຍແຫ່ງ ທັງໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.

    ໂອກາດນີ້ ທ່ານປະທານບໍລິສັດ ມາເຕົ້າ ໄດ້ກ່າວເນັ້ນຮຽກຮ້ອງເຖິງພໍ່ແມ່ພີ່ນ້ອງ ຈົ່ງພ້ອມກັນມີສະຕິ ເອົາໃຈໃສ່ເປັນເຈົ້າການປະຕິບັດຕາມຄຳສັ່ງຂອງນາຍົກ ກໍຄືແຈ້ງການຂອງຄະນະສະເພາະກິດ ໃນການປ້ອງກັນສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຄັ່ງຄັດ ພ້ອມທັງໃຫ້ສືບຕໍ່ປະກອບສ່ວນຊ່ວຍເຫຼືອສັງຄົມໃນຍາມພົບວິກິດ ເພາະຍັງມີຫຼາຍພາກສ່ວນພົບກັບຄວາມຫຍຸ້ງຍາກ ຕ້ອງການຄວາມຊ່ວຍເຫຼືອເພື່ອໃຫ້ສາມາດຜ່ານພົ້ນວິກິດນີ້ໄປດ້ວຍກັນ.

                                    . # ຂ່າວ – ພາບ :  ບຸນມີ

error: Content is protected !!